ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງເລິກ
28/11/2016 07:59
ໃນການພົບປະເຈລະຈາທຸກຄັ້ງລະຫວ່າງປະທານປະເທດ ເຈີ່ນດ້າຍກວາງ ກັບການນຳຂັ້ນສູງ ແລະ ການນຳທ້ອງຖິ່ນ, ຜູ້ຕ່າງໜ້າບັນດາພັກຝ່າຍຊາຍຂອງ ອີຕາລີ ນັ້ນ, 2 ຝ່າຍລ້ວນແຕ່ຢືນຢັນ ຈະສຶບຕໍ່

ວັນທີ 27/11, ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ສີ້ນສຸດການຢ້ຽມຢາມກູບາ, ເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສ ການຮ່ວມມືດ້ານເສດຖະກິດ ອາຊີ-ປາຊີຟິກ (APEC), ຢ້ຽມຢາມທາງລັດຖະກິດຢູ່ອີຕາລີ, ຢ້ຽມຢາມສຳນັກວາຕິກັງ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ບັນດາປະເທດນຳໃຊ້ພາສາຝຣັ່ງ ຄັ້ງທີ 16 ຢູ່ Madagascar ຢ່າງຈົບງາມ. ການເດີນທາງຢ້ຽມຢາມ ຂອງ ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດ ທີ່ສຳຄັນຂອງຫວຽດນາມ ໃນ ປີ 2016, ເປັນບາດກ້າວຫັນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນ ຂອງຫວຽດນາມເປັນລະອຽດ ຕາມເນື້ອໃນຈິດໃຈເອກະສານກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ.
TAG
vov/vovworld/ອີຕາລີ
Related








