ສື່ມວນຊົນປະກອບສ່ວນຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນເວທີປາສາກົນ
20/06/2018 09:06
(VOVWORLD) -ປີ 1925, ເພື່ອໂຄສະນາບັນດາແນວຄວາມຄິດປະຕິວັດຢູ່ ຫວຽດນາມ, ປະທານ ໂຮ່ຈີມິນ ໄດ້ສ້າງຕັ້ງໜັງສືພິມຊາວໜຸ່ມ ແລະ ໄດ້ພິມອອກສະບັບທຳອິດແມ່ນວັນທີ (21/06/1925), ສ້າງເປັນຂີດໝາຍວິວັດການສ້າງຕັ້ງ ແລະ ພັດທະນາຂອງສື່ມວນຊົນ ປະຕິວັດ ຫວຽດນາມ.

ວັນທີ 21 ມິຖຸນາ, ແມ່ນຄົບຮອບ 93ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 – 21/06/2018). 93 ປີຜ່ານມາ, ສື່ມວນຊົນປະຕິວັດ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບພາລະກິດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ສືີ່ມວນຊົນກໍ່ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງການພົວພັນຕ່າງປະເທດ ຫວຽດນາມ, ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖານລະພາບ, ປົກປັກຮັກສາອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງເຂັ້ມແຂງ. ປີ 1925, ເພື່ອໂຄສະນາບັນດາແນວຄວາມຄິດປະຕິວັດຢູ່ ຫວຽດນາມ, ປະທານ ໂຮ່ຈີມິນ ໄດ້ສ້າງຕັ້ງໜັງສືພິມຊາວໜຸ່ມ ແລະ ໄດ້ພິມອອກສະບັບທຳອິດແມ່ນວັນທີ (21/06/1925), ສ້າງເປັນຂີດໝາຍວິວັດການສ້າງຕັ້ງ ແລະ ພັດທະນາຂອງສື່ມວນຊົນ ປະຕິວັດ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຈາກອົງການສື່ມວນຊົນແຫ່ງຕ່າງໆ ໃນຊຸມວັນທຳອິດທີ່ຢຶດໄດ້ອຳນາດການປົກຄອງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີກຳລັງຜູ້ເຮັດວຽກງານການສື່ຂ່າວເຂັ້ມແຂງແຮງກ້າ, ດ້ວຍນັກຂ່າວກ່ວາ 18.000 ຄົນໄດ້ຮັບບັດນັກຂ່າວ, ເຮັດວຽກຢູ່ອົງການສື່ມວນຊົນເກືອບ 900 ແຫ່ງ ດ້ວຍສື່ມວນຊົນປະເພດຕ່າງໆຢ່າງຄົບຖ້ວນຄື: ສື່ສິ່ງພິມ, ກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ…ໃນນັ້ນ ມີປະມານ 40 ອົງການສື່ມວນຊົນທີ່ມີຫລັກມູນ, ຈຸດປະສົງຖະແຫຼງຂ່າວໃຫ້ຕ່າງປະເທດ, ດ້ວຍຖັນແຖວນັກຂ່າວ, ບັນນາທິການປະມານເກືອບ 1000 ຄົນ, ເຕົ້າໂຮມຕົ້ນຕໍແມ່ນຢູ່ບັນດາອົງການສື່ມວນຊົນຄື: ສຳນັກຂ່າວສານ ຫວຽດນາມ, ສະຖານີໂທລະພາບ ຫວຽດນາມ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ; ຄະນະໂຄສະນາສຶກສາສູນກາງ, ກະຊວງການຕ່າງປະເທດ…
TAG
VOV/VOVworld/ສື່ມວນຊົນ/ເວທີປາສາກົນ
Related
More








