VOV WorldVOV World
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ຜູ້ເຊື່ອມຕໍ່ຂົວມິດຕະພາບ
25/07/2024 06:17
(VOVWORLD) -ໃນຄາວຍັງມີຊີວິດຢູ່, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນຫນັກເປັນຫລາຍຄັ້ງວ່າ ຫວຽດນາມ ມີຮູບແບບການທູດສະເພາະ, ຮູບແບບການຕ່າງປະເທດມີສີສັນ ແລະ ເປັນເອກະລັກຂອງຍຸກສະໄຫມ ໂຮ່ຈີມິນ, ນັ້ນແມ່ນການທູດແບບໄມ້ໃຜ່ ຫວຽດນາມ. ບໍ່ແມ່ນຜູ້ໃດອື່ນ ຫາກແມ່ນທ່ານເລຂາທິການໃຫຍ່ເອງ ເປັນຜູ້ຊີ້ນຳ, ໝູນໃຊ້ຮູບແບບການທູດນັ້ນຢ່າງມີຫົວຄິດປະດິດສ້າງ, ມີໄຫວພິບ ເພື່ອສ້າງຂົວຕໍ່ມິດຕະພາບ ລະຫວ່າງ ຫວຽດນາມ ກັບບັນດາປະເທດ, ກຳນົດ ແລະ ໝູນໃຊ້ສິລະປະດຸ່ນດ່ຽງການພົວພັນກັບບັນດາປະເທດໃຫຍ່ຢ່າງສຳເລັດຜົນ, ຊ່ວຍ ຫວຽດນາມ ຍົກສູງທີ່ຕັ້ງບົດບາດໃນໂລກທີ່ເຕັມໄປດ້ວຍການຜັນແປຄືປະຈຸບັນ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ຜູ້ເຊື່ອມຕໍ່ຂົວມິດຕະພາບ
ໃນຖານະຕຳແຫນ່ງເປັນເລຂາທິການໃຫຍ່, ປະທານປະເທດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕ້ອນຮັບປະມຸກລັດ, ການນຳຫລາຍປະເທດໃນທົ່ວໂລກເມື່ອມາ ຢ້ຽມຢາມ ຫວຽດນາມ. (ພາບ: VOV) ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນນັກການທູດດີເລີດລະດັບສາກົນ, ເພີ່ນໄດ້ຊີ້ນຳນຳພາປະເທດຊາດໃຫ້ມີຜົນງານອັນໃຫຍ່ໂຕເຂັ້ມແຂງ, ມີກຳລັງແຮງ, ອິດທິພົນຊື່ສຽງໃນເວທີສາກົນຄືໃນປະຈຸບັນ. ບັນດາຜົນງານດ້ານການຕ່າງປະເທດຂອງ ຫວຽດນາມ ໃນກວ່າຫນຶ່ງທົດສະວັດຜ່ານມາ ໄດ້ມີບັນດາຂີດໝາຍອັນໃຫຍ່ຫລວງ, ສຳຄັນ ແລະ ມີຄວາມໝາຍປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
TAG
VOV/VOVworld/ຕ່າງ​ປະ​ເທດ/ການ​ທູດ/ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຝູ​ຈ້ອງ/​ມິດ​ຕະ​ພາບ​

More