VOV WorldVOV World
ທີ່​ຕັ້ງ​ບົດ​ບາດ​ໃໝ່ ແລະ ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ເສັ້ນ​ທາງ​ພັດ​ທະ​ນາ​ໃໝ່​ຂອງ ຫວຽດ​ນາມ
23/02/2026 08:41
(VOVWORLD) - ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫາກໍ່ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຢູ່ ວໍຊິງຕັນ ດີຊີ (ອາເມລິກາ) ແຕ່ວັນທີ 18 – 20 ກຸມພາ 2026 ຕາມຄຳເຊີນຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ, ປະທານສະພາສັນຕິພາບເຂດ ກາຊາ. ການເຂົ້າຮ່ວມໃນຂັ້ນສູງສຸດ ອີກຄັ້ງໜຶ່ງຢັ້ງຢືນບົດບາດ ແລະ ທີ່ຕັ້ງທີ່ນັບມື້ນັບເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນບັນດາບັນຫາທົ່ວໂລກ, ພ້ອມທັງຫັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໃນຈຸດເວລາແກ່ນສານເປັນລະອຽດ, ເມື່ອ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຄວາມຄາດຫວັງເພີ່ມລະດັບຄວາມໄວ ແລະ ບຸກທະລຸ.
ທີ່​ຕັ້ງ​ບົດ​ບາດ​ໃໝ່ ແລະ ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ເສັ້ນ​ທາງ​ພັດ​ທະ​ນາ​ໃໝ່​ຂອງ ຫວຽດ​ນາມ
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຢູ່ ວໍຊິງຕັນ ດີຊີ (ພາບ: TTXVN)   ການປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລິມ ບໍ່ພຽງແຕ່ແມ່ນກິດຈະກຳການຕ່າງປະເທດຂັ້ນສູງຍາມຕົ້ນລະດູບານໃໝ່ເທົ່ານັ້ນ, ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວິດໃຫ້ແກ່ “ທີ່ຕັ້ງໃໝ່” ແລະ ເປີດ “ກຳລັງໜູນໃໝ່” ໃຫ້ແກ່ວິວັດທະນາການພັດທະນາຂອງ ຫວຽດນາມ ໃນສັງກາດເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ.
TAG
VOV/VOVworld/ທີ່​ຕັ້ງ​ບົດ​ບາດ​ໃໝ່ ແລະ ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ເສັ້ນ​ທາງ​ພັດ​ທະ​ນາ​ໃໝ່​ຂອງ ຫວຽດ​ນາມ/ກອງ​ປະ​ຊຸມ​ໄຂ​ສະ​ພາ​ສັນ​ຕິ​ພາບ​​ເຂດ ກາ​ຊາ ຢູ່ ວໍ​ຊິງ​ຕັນ ດີ​ຊີ