VOV WorldVOV World
TSCT Chi Dao
14/07/2014 11:00
ເລື່ອງ​ບັນ​ລຸ​ໄດ້ຖະ​ແຫຼງ​ການ​ກ່ຽວ​ກັບ​ວິ​ໄສ​ທັດ​ຮ່ວມ ຫວຽດ​ນາມ - ອາ​ເມ​ລິ​ກາ ​ແມ່ນ​ພະ​ຍານຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ 2 ປະ​ເທດ​​​ໃນການ​ກຳ​ນົດ​ທິດທາງ​ພົວ​ພັນ​ໃນ 20 ປີ​​ຈະ​ມາ​ເຖິງ​ໃນ​ທຸກໆ​ຂົງ​ເຂດ.
ເລື່ອງ​ບັນ​ລຸ​ໄດ້ຖະ​ແຫຼງ​ການ​ກ່ຽວ​ກັບ​ວິ​ໄສ​ທັດ​ຮ່ວມ ຫວຽດ​ນາມ - ອາ​ເມ​ລິ​ກາ ​ແມ່ນ​ພະ​ຍານຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ 2 ປະ​ເທດ​​​ໃນການ​ກຳ​ນົດ​ທິດທາງ​ພົວ​ພັນ​ໃນ 20 ປີ​​ຈະ​ມາ​ເຖິງ​ໃນ​ທຸກໆ​ຂົງ​ເຂດ. ເອ​ກະ​ສານ 15 ສະ​ບັບ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ, ໃນ​ນັ້ນ​ມີ​ສັນ​ຍາ​ກ່ຽວ​ກັບ​ການ​ເກັບ​ພາ​ສີ​ຊ້ອນ, ເປັນເອ​ກະ​ພາບ​ກ່ຽວ​ກັບ​ກາ​ນ​ຊຸກ​ຍູ້​ວິ​ວັດ​ການ​ເຈ​ລະ​ຈາ​ເພື່ອ​​ສາ​ມາດ​, ເຊັນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາ​ຊີ​ຟິກ (TPP) ​​ໂດຍ​ໄວ, ແກ້​ໄຂ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫ​ະ​ກຳ - ການ​ຄ້າ ຫວູ​ຮູຍ​ຮ່​ວາງ ໃຫ້​ຮູ້​ວ່າ:         “ໃນ​ຖະ​ແຫຼງ​ການ​ວິ​ໄສ​ທັດ​ຮ່ວມ ຫວຽດ​ນາມ - ອາ​ເມ​ລິ​ກາ, 2 ຝ່າຍ​ຢັ້ງ​ຢືນ​ສົມ​ທົບ​​ກັນ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງຢ່າງ​ແໜ້ນ​ແຟ້ນ​ເພື່ອ​ສິ້ນ​ສຸດ​ສັນ​ຍາ TPP ​ໂດຍ​ໄວ ແລະ ປະ​ຕິ​ບັດ​ບັນ​ດາ​ການ​ປະ​ຕິ​ຮູບ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສູງ ແລະ ​ລັ​ກ​ສະ​ນະ​ຮອບ​ດ້ານ​ຂອງ TPP. ແນ່ນອນ​ວ່າ ພາຍຫຼັງ​ກາ​ນ​ຢ້ຽມ​ຢາມ​ຄັ້ງ​ປະ​ຫວັດ​ສາດນີ້, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ​ຈະ​ມີ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່”        
TAG
vovworld/ໄວ້​ເນື້ອ​ເຊື່ອ​ໃຈ/ສັນ​ຍາ TPP

More