VOV WorldVOV World
ຮ່່ວ​ມ​ແຮງ​ຮ່ວມ​ໃຈ​ປ້ອງກັນ, ຕ້ານ​​ການ​ສໍ້​ລາດ​ບັງຫຼວງ
12/08/2020 13:00
(VOVWORLD) - ການສໍ້ລາດບັງຫຼວງ ແລະ ຕໍ່ສູ້, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກບັນດາປະເທດໃນໂລກ. ຢູ່ຫວຽດນາມ, ກວ່າ 90 ປີຜ່ານມາ, ພັກກອມມູນິດຫວຽດນາມ ຍາມໃດກໍເອົາໃສ່ເຖິງວຽກງານກໍ່ສ້າງ, ປັບປຸງພັກ ກໍຄືການຕໍ່ສູ້, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ. ຕັດສິນໃຈປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງພັກໃນປັດຈຸບັນ ຍິ່ງໄດ້ຮັບການປັບປຸງ ກ່ອນທີ່ຈະດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.
ຮ່່ວ​ມ​ແຮງ​ຮ່ວມ​ໃຈ​ປ້ອງກັນ, ຕ້ານ​​ການ​ສໍ້​ລາດ​ບັງຫຼວງ
        ປີ 2011, ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກກອມມູນິດຫວຽດນາມ ໄດ້ກ່າວເຕືອນວ່າ: “ສະພາບການເສຍທາດຂາດຄຸນດ້ານການເມືອງ, ແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງພະນັກງານ, ສະມາຊິກພັກຈໍານວນບໍ່ໜ້ອຍ ແລະ ສະພາບການສໍ້ລາດບັງຫຼວງ, ຟຸມເຟືອຍ, ອາດຍາສິດ, ບັນດາປະກົດການຫຍໍ້ທໍ້ ແລະ ໄພສັງຄົມ ຍັງບໍ່ທັນໄດ້ຮັບການສະກັດກັ້ນ, ຍູ້ໃຫ້ຖອຍໄປເທື່ອ ຫາກຍັງສືບຕໍ່ມີການຜັນແປຢ່າງສັບສົນ”. ພາຍຫຼັງມານະພະຍາຍາມປະຕິບັດ ມະຕິກອງປະຊຸມສູນກາງພັກ ຄັ້ງທີ 4 (ຊຸດທີ 11) ກ່ຽວກັບການກໍ່ສ້າງ,  ປັບປຸງພັກ ມາເປັນເວລາ 05 ປີ, ສະພາບການມີການຫັນປ່ຽນດີກວ່າ, ແຕ່ຄືດັ່ງມະຕິກອງປະຊຸມສູນກາງພັກ ຄັ້ງທີ 4 (ຊຸດທີ 12) ໄດ້ຕີລາຄາວ່າ: “ການສໍ້ລາດບັງຫຼວງ, ຟຸມເຟືອຍ, ປະກົດການຫຍໍ້ທໍ້ ຍັງສືບຕໍ່ເກີດຂຶ້ນຢ່າງຮ້າຍແຮງ ແລະ ສຸມໃສ່ບາງສະມາຊິກພັກທີ່ມີໜ້າທີ່ຕໍາແໜ່ງໃນກົງຈັກລັດ”. ດັ່ງນັ້ນ ພັກ ແລະ ລັດ ຫວຽດນາມ ຍາມໃດກໍກໍານົດວ່າ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນການຕໍ່ສູ້ທີ່ຍາວນານ, ຫຍຸ້ງຍາກ ແລະ ສັບສົນ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຢັ້ງຢືນວ່າ:         “ນີ້ແມ່ນເສັ້ນທາງຂອງພັກ, ກົດໝາຍໂດຍແມ່ນພວກເຮົາສ້າງຂຶ້ນ ສະນັ້ນ ຕ້ອງມີການປັບປຸງກົດໝາຍ. ພວກເຮົາແມ່ນລັດແຫ່ງອໍານາດກົດໝາຍ, ພາຍໃຕ້ການຊີ້ນໍາທີ່ເປັນເອກະພາບຂອງພັກ ແລະ ຕ້ອງມີການສົມທົບກັນ. ເຖິງວ່າຄໍາເຫັນສ່ວນຕົວອາດຈະມີຄວາມແຕກຕ່າງກັນກໍຕາມ, ແຕ່ຕ້ອງເພື່ອຜົນປະໂຫຍດຂອງໝູ່ຄະນະ. ກ່ອນອື່ນໝົດ, ແຕ່ລະສະຫາຍຕ້ອງວາງຕົວເອງເຂົ້າ ດ້ວຍຖານະເປັນພະນັກງານຂອງພັກ, ໄດ້ຮັບການມອບໝາຍແບ່ງວຽກໃຫ້ປະຕິບັດໜ້າທີ່ດັ່ງກ່າວ, ເດັດຂາດຫ້າມບໍ່ໃຫ້ສວຍໃຊ້ສິດອໍານາດໜ້າທີ່ຕໍາແໜ່ງ, ບໍ່ເອົາຕົວເອງມີສ່ວນກ່ຽວຂ້ອງກັບສິ່ງທີ່ຜິດ”.
TAG
VOV/VOVworld/ອົງການດໍາເນີນຄະດີ/ສໍ້ລາດບັງຫຼວງ/ຟຸມເຟືອຍ/ປະກົດການຫຍໍ້ທໍ້

More