ວິກິດການ ເວເນຊູເອລາ: ໂລກເພີ່ມຄວາມຂາດສະຖຽນລະພາບຕື່ມອີກ
05/01/2026 07:52
(VOVWORLD) - ເຫດການກອງທັບ ອາເມລິກາ ບຸກໂຈມຕີຢ່າງກະທັນຫັນ ແລະ ຈັບຕົວທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໃນວັນທີ 03 ມັງກອນ ສືບຕໍ່ເພີ່ມຄວາມເຄັ່ງຕຶງດ້ານພູມີສາດການເມືອງທົ່ວໂລກ, ພວມປະເຊີນໜ້າກັບການຄັດຄ້ານຂອງຫຼາຍປະເທດ.
ຮຸ່ງເຊົ້າວັນທີ 03 ມັງກອນ, ຕາມເວເລາທ້ອງຖິ່ນ, ກອງທັບ ອາເມລິກາ ເປີດບັ້ນບຸກໂຈມຕີຢ່າງກະທັນຫັນ ແລະ ບຸກເຂົ້າ ເວເນຊູເອລາ, ຈັບຕົວຜົວເມຍທ່ານປະທານາທິບໍດີ Nicolas Maduro ແລະ ພາຕົວໄປຍັງ ອາເມລິກາ ເພື່ອດຳເນີນຄະດີດ້ວຍຄຳກ່າວຫາທີ່ຝ່າຍ ອາເມລິກາ ຍົກອອກມາວ່າ ກ່ຽວຂ້ອງເຖິງຢາເສບຕິດ.
TAG
VOV/VOVworld/ປະທານາທິບໍດີ ເວເນຊູເອລາ Nicolas Maduro/ອາເມລິກາ ບຸກໂຈມຕີຢ່າງກະທັນຫັນ
Related








