VOV WorldVOV World
ຮ່ວມ​ກັນ​ປະ​ຕິ​ບັດ​ຄຳ​ສັ່ງ​: ກອບກູ້​ເອົາ​ຊີ​ວິດ​ປະ​ຊາ​ຊົນ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ຝົນ​ຕົກ​ນ້ຳ​ຖ້ວມ
24/11/2025 09:02
(VOVWORLD) - ບັນດາແຂວງຕອນໃຕ້ພາກກາງຂອງ ຫວຽດນາມ ຄື( ຢາລາຍ, ດັກຫຼັກ, ແຄັງຮວ່າ, ເລິມດົ່ງ) ຫາກໍ່ຜ່ານຜ່າເຫດນ້ຳຖ້ວມຢ່າງຮ້າຍແຮງທີ່ສຸດໃນໄລຍະ 10 ປີ ຜ່ານມາ (16 – 22 ພະຈິກ), ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນຫຼາຍກວ່າ 100 ຄົນ. ການເສຍຫາຍກ່ຽວກັບຊັບສິນຄາດວ່າມີມູນຄ່າປະມານ 9.000 ຕື້ດົ່ງ. ທັງລະບົບການເມືອງ, ປະຊາຊົນຢູ່ຫຼາຍແຂວງ, ນະຄອນ ໄດ້ມີການເຄື່ອນໄຫວດ້ວຍບຸລິມະສິດສູງສຸດແມ່ນປົກປ້ອງຊີວິດອິນຊີຂອງປະຊາຊົນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ. ດ້ວຍເນື້ອໃນຈິດໃຈການຊີ້ນຳຢ່າງລຸລ່ວງ, ການກະທຳຢ່າງຂ້ຽວຂາດ ໄດ້ສ້າງກຳລັງແຮງສັງລວມຊ່ວຍປະຊາຊົນຢູ່ເຂດຖືກນໍ້າຖ້ວມກັບຄືນສູ່ການດຳລົງຊີວິດເປັນປົກກະຕິ ແລະ ສະແດງໃຫ້ເຫັນຄຳໝັ້ນສັນຍາປົກປ້ອງປະຊາຊົນດ້ວຍທຸກວິທີທາງ.
ຮ່ວມ​ກັນ​ປະ​ຕິ​ບັດ​ຄຳ​ສັ່ງ​: ກອບກູ້​ເອົາ​ຊີ​ວິດ​ປະ​ຊາ​ຊົນ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ຝົນ​ຕົກ​ນ້ຳ​ຖ້ວມ
ຕອນຄ່ຳວັນທີ 20/11 (ຕາມເວລາ ຮ່າໂນ້ຍ), ຈາກ ອານເຊຣີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເພື່ອຜັນຂະຫຍາຍບັນດາມາດຕະການກູ້ໄພກູ້ຊີບ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ (ພາບ:TTXVN)
TAG
VOV/VOVworld/ໄພນ້ຳຖ້ວມ/ຝົນ​ຕົກ​ນ້ຳ​ຖ້ວມ/ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ຝົນ​ຕົກ​ນ້ຳ​ຖ້ວມ

More