VOV WorldVOV World
ຮ່ວມມືຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມຢູ່ທະເລຕາເວັນອອກ
07/02/2018 08:02
(VOVWORLD) -ເປົ້າໝາຍຂອງໂຄງການ ແມ່ນຍົກອອກບັນດາແບບຢ່າງກ່ຽວກັບກົດແຫ່ງການປະພຶດທີ່ກ່ຽວຂ້ອງເຖິງການຄຸ້ມຄອງອາຊີບຫາປາ ແລະ ອານຸລັກຮັກສາສິ່ງແວດລ້ອມຢູ່ທະເລຕາເວັນອອກ.
ຮ່ວມມືຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມຢູ່ທະເລຕາເວັນອອກ
 ຮ່ວມມືຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມຢູ່ທະເລຕາເວັນອອກ (ພາບ: vietnamnet.vn ) ແຜນການດຳເນີນງານກ່ຽວກັບການຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມຢູ່ທະເລຕາເວັນອອກ, ເຊິ່ງແມ່ນພາຫະນະໜຶ່ງເພື່ອໃຫ້ບັນດາຝ່າຍ ຊຸກຍູ້ການຄຸ້ມຄອງຮ່ວມ ແລະ ຮັກສາສະຖຽນລະພາບຢູ່ເຂດທະເລຕາເວັນອອກ, ແມ່ນຂໍ້ລິເລີ່ມໂດຍສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ອາເມລິກາ ປະກາດໃນທ້າຍປີ 2017. ນີ້ແມ່ນການຄົ້ນຄວ້າທຳອິດຂອງບັນດານັກຊ່ຽວຊານສາກົນ ເພື່ອແນໃສ່ສະໜອງຮູບແບບການຮ່ວມມືທີ່ເປັນໄປໄດ້ ສຳລັບບັນດາປະເທດຮຽກສິດຢູ່ທະເລຕາເວັນອອກ ກ່ຽວກັບການຄຸ້ມຄອງການຂັດແຍ້ງກັນທາງທະເລ. ພວກຂ້າພະເຈົ້າ ຂໍແນະນຳການຄົ້ນຄວ້ານີ້ ໃຫ້ທ່ານຜູ້ຟັງໃນລາຍການມື້ນີ້.         ໂຄງການແຜນການດຳເນີນງານກ່ຽວກັບການຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມທະເລຕາເວັນອອກຂອງອົງການຂໍ້ລິເລີ່ມທີ່ສົດໃສໃນການເດີນທະເລ ອາຊີ ໂດຍ CSIS ຍົກອອກມາ, ຕາມນັ້ນແລ້ວ ສ້າງຕັ້ງກຸ່ມນັກຊ່ຽວຊານທີ່ມາຈາກບັນດາປະເທດໃນພາກພື້ນເຂົ້າໃຈກົດໝາຍ, ນະໂຍບາຍ ແລະ ສິ່ງແວດລ້ອມ. ເປົ້າໝາຍຂອງໂຄງການ ແມ່ນຍົກອອກບັນດາແບບຢ່າງກ່ຽວກັບກົດແຫ່ງການປະພຶດທີ່ກ່ຽວຂ້ອງເຖິງການຄຸ້ມຄອງອາຊີບຫາປາ ແລະ ອານຸລັກຮັກສາສິ່ງແວດລ້ອມຢູ່ທະເລຕາເວັນອອກ.
TAG
VOV/VOVworld/ອາຊີບຫາປາ

More