VOV WorldVOV World
ວັນບຸນຄຣິດສະມາດທີ່ສະຫງົບສຸກ
24/12/2014 07:04
ວັນ​ທີ 24/12, ຊາວ​ຄຼິດຫວຽດ​ນາມກວ່າ 6 ລ້ານ​ຄົນ​ມີ​ຄວາມ​ເບີິກ​ບານ​ມ່ວນ​ຊື່ນ​ຕ້ອນ​ຮັບ​ວັນ​ບຸນ​ຄຣິດສະ​ມາດ ຢູ່​ໂບດ, ສະ​ຖານ​ທີ່​ທຳ​ພິ​ທີ​ສາ​ສະ​ໜາ 6500 ແຫ່ງ​ໃນ​ທົ່ວ​ປະ​ເທດ
(ພາບ​ປະ​ກອບ) ວັນ​ທີ  24/12, ຊາວ​ຄຼິດຫວຽດ​ນາມກວ່າ 6 ລ້ານ​ຄົນ​ມີ​ຄວາມ​ເບີິກ​ບານ​ມ່ວນ​ຊື່ນ​ຕ້ອນ​ຮັບ​ວັນ​ບຸນ​ຄຣິດສະ​ມາດ ຢູ່​ໂບດ, ສະ​ຖານ​ທີ່​ທຳ​ພິ​ທີ​ສາ​ສະ​ໜາ 6500 ແຫ່ງ​ໃນ​ທົ່ວ​ປະ​ເທດ. ບັນ​ຍາ​ກາດ​ຕ້ອນ​ຮັບ ​ວັນ​ບຸນ​ຄຣິດສະ​ມາດ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ໄດ້​ປົກ​ຄຸມ​ໄປ​ທົ່ວ​ເຂດ​ຊາວ​ຄຼິດ ແລະ ແຕ່​ລະຄອບ​ຄົວຊາວ​ຄຼິດໃນຫຼາຍມື້ມໍ່ໆ​ມານີ້.  ​     ໂບດ, ສະ​ຖານ​ທີ່​ທຳ​ພິ​ທີ​ສາ​ສະ​ໜາທຸກໆ​ແຫ່ງ​ລ້ວນ​ແຕ່​ໄດ້​ຖືກ​ປະ​ດັບ​ປະ​ດາ​ດ້ວຍ​ລະ​ບົບ​ດອກ​ໄຟ, ດອກ​ໄມ້​ສົດ​ທີ່​ມີ​ສີ​ສັນຫຼາກຫຼາຍ​ເພື່ອ​ເປີດ​ປະ​ຕູ​ຕ​້ອນ​ຮັບ​ຊາວ​ຄຼິດເຂົ້າ​ຂັບ​ຮ້ອງ ແລະ ສວດ​ມົນພາ​ວະ​ນາ. ຈົດ​ໝາຍອວຍ​ພອນ​ວັນ​ບຸນ​ຄຣິດສະ​ມາດຂອງ​ສະ​ພາ​ສັງ​ຄະ​ລາດ​ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີຊາວ​ຄຼິດຫວຽດ​ນາມ​ໄດ້​ຖືກ​ສົ່ງ​ໄປ​ເຖິງຊາວ​ຄຼິດ​ໃນ​ທົ່ວ​ປະ​ເທດ. ບັນ​ດາ​ຄຸນ​ພໍ​່​ຢູ່​ຕາມ​ເຂດ ຊາວ​ຄຼິດ​ກໍ​ຂ້ອງ​ຄ່າ​ກັບ​ວຽກ​ງານ​ທຳ​ພິ​ທີ​ສາ​ສະ​ໜາ​ນັບ​ແຕ່​ເຊົ້າ​ຮອດ​ແລງ. ພໍ່​ແມ່​ພີ​ນ້ອງຊາວ​ຄຼິດໄດ້​ໄປ​ໂບດ​ແຕ່ຫຼາຍມື້​ມານີ້ ເພື່ອ​ກະ​ກຽມ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ຂອງ ​ວັນ​ບຸນ​ຄຣິດສະ​ມາດ. ເຂົົາ​ເຈົ້າ​ໄດ້​ຢື້​ຢາມ​ຖາມ​ຂ່າວ ແລະ ອວຍ​ພອນ​ກັນ​ດ້ວຍ​ຄວາມ​ຮັກ​ແພງ​ທີ່​ສຸດ.
TAG
vov/vovworld/ວັນ​ບຸນ​ຄ​ຣິດ​ສະ​ມາດ

More