ກວາງນິງ: ຈັງຫວະຊີວິດເສດຖະກິດຍາມກາງຄືນ ດ້ວຍຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ
04/01/2026 16:00
(VOVWORLD) - ກວາງນິງ ແມ່ນໜຶ່ງໃນ 12 ແຂວງ/ນະຄອນທີ່ໄດ້ຮັບອະນຸຍາດໃຫ້ປະຕິບັດທົດລອງແຜນຮ່າງ “ຮູບແບບພັດທະນາຜະລິດຕະພັນການທ່ອງທ່ຽວຍາມກາງຄືນຈຳນວນໜຶ່ງ” ຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ
ໃນພາບພົດການພັດທະນາຕົວເມືອງທັນສະໄໝ, ເສດຖະກິດຍາມກາງຄືນພວມຄ່ອຍໆກາຍເປັນຈຸດ ພົ້ນ ເດັ່ນຍຸດທະສາດ, ບໍ່ພຽງແຕ່ໃຫ້ແກ່ຂະແໜງການທ່ອງທ່ຽວເທົ່ານັ້ນ ຫາກຍັງ ແມ່ນ ໄມ້ງັດເປີດ ກວ້າງ ຕ່ອງໂສ້ຄຸນຄ່າເສດຖະກິດ-ສັງຄົມໃຫ້ແກ່ບັນດາຕົວເມືອງໃຫ່ຍອີກດ້ວຍ. ຢູ່ພາກເໜືອ ຫວຽດນາມ, ກວາງນິງ ພວມມານະພະຍາຍາມຂຸດຄົ້ນຄວາມສາມາບົ່ມຊ້ອນນີ້, ມຸ່ງໄປເຖິງການສ້າງ “ຕົວເມືອງ ບໍ່ນອນ ” ທີ່ຟົດຟື້ນທັງວັນ ແລະ ຄືນ. ກວາງນິງ ແມ່ນໜຶ່ງໃນ 12 ແຂວງ/ນະຄອນທີ່ໄດ້ຮັບອະນຸຍາດໃຫ້ປະຕິບັດທົດລອງແຜນຮ່າງ “ຮູບແບບພັດທະນາຜະລິດຕະພັນການທ່ອງທ່ຽວຍາມກາງຄືນຈຳນວນໜຶ່ງ” ຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຕາມແຜນຮ່າງ “ພັດທະນາເສດຖະກິດຍາມກາງຄືນຢູ່ ຫວຽດນາມ” ໂດຍນາຍົກລັດຖະມົນຕີປະກາດໃຊ້. ທ່ານ ດວ່ານແອັງຫວູ້, ຜູ້ອຳນວຍການຝ່າຍ Marketing ກຸ່ມບໍລິສັດ BIM Group, ຫົວໜ່ວຍພວມພັດທະນາບັນດາຜະລິດຕະພັນຖະໜົນຍ່າງ, ການສະແດງລະບຳນ້ຳພຸ, ຄອນເສີດ…
TAG
VOV/VOVworld/ກຳນົດ/ຍຸດທະສາດ/ການລົງທຶນ/ມີແບບມີແຜນ
Related








