200 ວັນ ແລະ ຄືນ ປຸກສ້າງເຮືອນມະຫາສາມັກຄີ 5.000 ຫລັງໃຫ້ຄອບຄົວທຸກຍາກຢູ່ ແຂວງ ດ້ຽນບຽນ
07/04/2024 06:00
(VOVWORLD) -ພາຍຫລັງກວ່າ 200 ວັນ ແລະ ຄືນ ຮີບເຮັ່ງປຸກສ້າງເຮືອນ (5/2023 - 1/2024), ໄລ່ມາຮອດວັນທີ 24 ມັງກອນ ປີ 2024 ແຂວງ ດ້ຽນບຽນ ໄດ້ສຳເລັດການປຸກສ້າງເຮືອນມະຫາສາມັກຄີ 5.000 ຫລັງໃຫ້ຄອບຄົວທຸກຍາກ. ນີ້ແມ່ນໝາກຜົນຂອງແຜນຮ່າງກໍ່ສ້າງເຮືອນມະຫາສາມັກຄີ 5.000 ຫລັງໃຫ້ຄອບຄົບທຸກຍາກຢູ່ ແຂວງ ດ້ຽນບຽນ ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ, ມຸ່ງໄປເຖິງການສະເຫລີມສະຫລອງ 70 ປີແຫ່ງໄຊຊະນະດ້ຽນບຽນຝູ (7/5/1954 - 7/5/2024), ເຊິ່ງເປັນໂຄງການຫນູນຊ່ວຍປຸກສ້າງເຮືອນໃຫ້ແກ່ຜູ້ທຸກຍາກເປັນຈຳນວນຫລາຍສຸດນັບແຕ່ກ່ອນມາຮອດປະຈຸບັນຢູ່ແຂວງ ດ້ຽນບຽນ.

ຄອບຄົວ ອ້າຍ ຫລໍ່ວັນລອງ ຢູ່ ຕາແສງ ນາຊາງ ເມືອງ ເມື່ອງຈ່າ ແຂວງ ດ້ຽນບຽນ, ເຖິງວ່າໃນຄອບຄົວມີຫລາຍຄົນ ແຕ່ທັງໝົດຕ້ອງຢູ່ຮ່ວມກັນໃນເຮືອນທີ່ຄັບແຄບ, ຊຸດໂຊມ. ພາຍຫລັງໄດ້ຮັບການຫນູນຊ່ວຍປຸກສ້າງເຮືອນຮ້ານຫລັງໃຫມ່ ຊື່ງໄດ້ອອກແບບຕາມເຮືອນປະເພນີຂອງຊາວເຜົ່າຜູ້ໄທ ຢ່າງຖາວອນ, ຄອບຄົວ ອ້າຍລອງ ມີຄວາມອຸ່ນອ່ຽນໃຈເມື່ອທຳມາຫາກິນ ບໍ່ຄ່ອຍເປັນຫ່ວງໃນເວລາຝົນຕົກອີກແລ້ວ. “ຄອບຄົວຂ້າພະເຈົ້າແມ່ນຄອບຄົວທຸກຍາກ ໂດຍໄດ້ຮັບການຫນູນຊ່ວຍປຸກສ້າງເຮືອນ, ຄອບຄົວຂ້າພະເຈົ້າມີຄວາມປິຕິຊົມຊື່ນຫລາຍ. ຂໍສະແດງຄວາມຂອບອົກຂອບໃຈ ນຳ ລັດ” . ການປຸກສ້າງ ເຮືອນມະຫາສາມັກຄີ 5 . 000 ຫລັງໃຫ້ຄອບຄົວທຸກຍາກ ແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈ, ເປັນຈິດຫນຶ່ງໃຈດຽວຂອງອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ດ້ຽນບຽນ. ພາບ:VOV ສ່ວນ ຄອບຄົວ ອ້າຍຫລໍ່ວັນຮ່ຽນ ຢູ່ ເທດສະບານ ດ້ຽນບຽນດົງ ເມືອງ ດ້ຽນບຽນດົງ ເມື່ອເຮືອນຫລັງໃຫມ່ໄດ້ຮັບການກໍ່ສ້າງສຳເລັດ ແລະ ໄດ້ຮັບໄວກວ່າເວລາກຳນົດ, ທຸກຄົນໃນຄອບຄົວລ້ວນແຕ່ມີຄວາມປິຕິຊົມຊື່ນ. “ແນ່ນອນວ່າ ຄອບຄົວຂ້າພະເຈົ້າຈະແຕກຕ່າງກັນກັບກ່ອນນີ້ ຍ້ອນປະຈຸບັນໄດ້ມີເຮືອນຢູ່ຖາວອນ. ຄອບຄົວມີຄວາມຜາສຸກ ແລະ ຮູ້ສຶກປິຕິຊົມຊື່ນ ຍ້ອນມີເຮືອນໃຫຍ່ສວຍງາມຄືແນວນີ້” . ເພື່ອໃຫ້ຫລາຍຄອບຄົວທຸກຍາກມີເຮືອນຢູ່ຖາວອນ ອຸ່ນອ່ຽນໃຈທຳມາຫາກິນ, ນັ້ນແມ່ນຍ້ອນມີຄວາມສາມັກຄີເປັນຈິດຫນຶ່ງໃຈດຽວຂອງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າຢູ່ ແຂວງ ດ້ຽນບຽນ ໃນຕະຫລອດ ກວ່າ 200 ວັນ ແລະ ຄືນ (5/2023 - 1/2024). ໃນວິວັດປະຕິບັດການກໍ່ສ້າງເຮືອນຢູ່, ແນວໂຮມປະເທດຊາດ ທຸກຂັ້ນ ໄດ້ຂົນຂວາຍ, ລະດົມບັນດາກຳລັງ ເຊິ່ງເທົ່າກັບວັນອອກແຮງງານ ກວ່າ 100.000 ວັນ ເພື່ອຊ່ວຍຄອບຄົວທຸກຍາກເລີກເຮືອນເກົ່າອອກ ແລ້ວປຸກສ້າງເຮືອນໃຫມ່. ທ່ານ ມົ່ວອາວ່າງ, ເລຂາພັກເມືອງ ດ້ຽນບຽນດົງ, ຊື່ງແມ່ນທ້ອງຖິ່ນສຳເລັດການກໍ່ສ້າງເຮືອນມະຫາສາມັກຄີໃຫ້ແກ່ຜູ້ທຸກຍາກໄວກວ່າໝູ່ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ກຳນົດວ່າ ທຸກສິ່ງທຸກຢ່າງຕ້ອງມີການເຂົ້າຮ່ວມຂອງປະຊາຊົນ. ຕ້ອງໂຄສະນາເພື່ອໃຫ້ປະຊາຊົນເຂົ້າໃຈໄດ້ວ່າ ນີ້ແມ່ນ ການ ປຸກສ້າງເຮືອນໃຫ້ແກ່ປະຊາຊົນເອງ ແລະ ປະຊາຊົນຕ້ອງແມ່ນຜູ້ເຂົ້າຮ່ວມໂດຍກົງ ແລະ ເປັນຜູ້ ໄດ້ນຳໃຊ້ເຮືອນຫລັງໃຫມ່ນີ້. ສະນັ້ນ ປະຊາຊົນ ໄດ້ ເຂົ້າຮ່ວມຕັ້ງຫນ້າ ແລະ ຕອບສະຫນອງນັບແຕ່ຫົວທີ” .
TAG
VOV/VOVworld/ປຸກສ້າງເຮືອນມະຫາສາມັກຄີ/ດ້ຽນບຽນ/ວັດທະນະທຳມະນຸດ/
Related








