VOV WorldVOV World
ບັນດາພະນັກງານພະຍາບານສຸດຈິດສຸດໃຈເພື່ອກູ້ເອົາຊີວິດຂອງຄົນເຈັບ
23/02/2025 09:00
(VOVWORLD) - 70% ແຮງງານຢູ່ບັນດາໂຮງໝໍ ແມ່ນພະນັກງານພະຍາບານ, ຊື່ງແມ່ນຜູ້ໄດ້ສຳຜັດ ແລະ ເບິ່ງແຍງຄົນເຈັບຫລາຍທີ່ສຸດ. ແຕ່ລະມື້, ບັນດາພະຍາບານຕ້ອງປະເຊີນຫນ້າກັບຫລາຍຄວາມກົດດັນ ແຕ່ເຂົາເຈົ້າຍັງຄົງສຸດຈິດສຸດໃຈກັບວຽກງານເພື່ອນຳມາເຊິ່ງການຟື້ນຟູສຸຂະພາບໃຫ້ແກ່ຄົນເຈັບ.
ບັນດາພະນັກງານພະຍາບານສຸດຈິດສຸດໃຈເພື່ອກູ້ເອົາຊີວິດຂອງຄົນເຈັບ
ພະນັກງານການແພດຢູ່ໂຮງໝ ໍຫືວຫງິ້ ຫນູນຊ່ວຍປະຊາຊົນໃນການກວດພະຍາດ.(ພາບ: Bệnh viện Hữu nghị)/ໂຮງໝໍມິດຕະພາບ) 70% ແຮງງານຢູ່ບັນດາໂຮງໝໍ ແມ່ນພະນັກງານພະຍາບານ, ຊື່ງແມ່ນຜູ້ໄດ້ສຳຜັດ ແລະ ເບິ່ງແຍງຄົນເຈັບຫລາຍທີ່ສຸດ. ແຕ່ລະມື້, ບັນດາພະຍາບານຕ້ອງປະເຊີນຫນ້າກັບຫລາຍຄວາມກົດດັນ ແຕ່ເຂົາເຈົ້າຍັງຄົງສຸດຈິດສຸດໃຈກັບວຽກງານເພື່ອນຳມາເຊິ່ງການຟື້ນຟູສຸຂະພາບໃຫ້ແກ່ຄົນເຈັບ. ຢູ່ ພະແນກມໍລະສຸມ (ICU)  ໂຮງໝໍຫຶວຫງິ້ (ມິດຕະພາບ) ໄດ້ຍິນພຽງແຕ່ສຽງຈາກບັນດາເຄື່ອງຊ່ວຍຫາຍໃຈ ແລະ ສຽງຍ່າງຢ່າງຟ້າວຟັ່ງຂອງຖັນແຖວພະນັກງານການແພດ. 30 ຕຽງຄົນເຈັບຢູ່ພະແນກເກືອບຄືວ່າເຕັມໝົດ. ຄົນເຈັບສ່ວນຫລາຍແມ່ນຜູ້ອາຍຸສູງ, ເວລາຢູ່ປິ່ນປົວກໍ່ຍາວນານ ແລະ ສ່ວນຫລາຍແມ່ນເຈັບຫນັກ ສະນັ້ນ ທຸກວຽກງານນັບແຕ່ການເບິ່ງແຍງດ້ານວິຊາສະເພາະ ຕະຫລອດຮອດຈິດໃຈ, ເລື່ອງກິນດຶ່ມ, ອະນາໄມສ່ວນຕົວ ລ້ວນແຕ່ແມ່ນພະຍາບານຮັບຜິດຊອບ. ບັນດາພະນັກງານພະຍາບານຢູ່ທີ່ນີ້ໄດ້ຮັບການຂະຫນານນາມວ່າ ແມ່ນຜູ້ເຝົ້າປະຕູ, ກູ້ເອົາຊີວິດໃຫ້ແກ່ຄົນເຈັບ. ນາງ ຫງວຽນລິງຈິ ຫົວຫນ້າພະຍາບານ ຢູ່ ພະແນກມໍລະສຸມ  ໂຮງໝໍມິດຕະພາບ ໃຫ້ຮູ້ວ່າ: “ ວຽກງານໃນທຸກມື້ຂອງພະຍາບານ ແມ່ນຫລາຍທີ່ສຸດ. ເລີ່ມຕົ້ນເຮັດວຽກມື້ຫນຶ່ງແມ່ນການແລກປ່ຽນວຽກງານ, ມອບຮັບຫນ້າທີ່ຈາກຜູ້ຍາມກ່ອນ. ຫລັງຈາກນັ້ນ ແມ່ນເບິ່ງແຍງດູແລ ອະນາໄມຊ່ອງປາກ, ດູດຂີ້ກະເທີ່,  ຕີລາຄາອາການຂອງຄົນເຈັບ ແລະ ບັນດາວິທີການປິ່ນປົວຊ່ວຍທ່ານໝໍ”. ຕາມການຄົ້ນຄ້ວາຢູ່ ຫວຽດນາມ ແລ້ວ, ມື້ຫນື່ງ ພະຍາບານ ຕ້ອງປະຕິບັດກວ່າ 100 ຫນ້າວຽກ, ບໍ່ພຽງແຕ່ປະຕິບັດຕາມຄຳສັ່ງຂອງທ່ານໝໍເທົ່ານັ້ນ ຫາກຍັງຕ້ອງເບິ່ງແຍງບັນດາຄວາມຕ້ອງການທີ່ຈຳເປັນຂອງຄົນເຈັບອີກດ້ວຍ. ທ່ານໝໍ ໂຕຮວ່າງເຢືອງ, ຮອງຫົວຫນ້າພະແນກມໍລະສຸມ ໂຮງໝໍມິດຕະພາບໃຫ້ຮູ້ວ່າ: “ ກຸ່ມພະນັກງານພະຍາບານ ຍາມໃດກໍ່ສວມບົດບາດສຳຄັນ, ເກືອບຄືວ່າແມ່ນຂົວຕໍ່ລະຫວ່າງທ່ານໝໍ ແລະ ຄົນເຈັບ, ຫັນບັນດາບັນຫາກ່ຽວກັບການສັ່ງກວດ ປິ່ນປົວໃຫ້ປະກົດຜົນເປັນຈິງ ພິເສດໃນວຽກງານເບິ່ງແຍງດູແລຄົນເຈັບ ກໍ່ຄືຕິດຕາມບັນດາການຜັນແປອາການຫນັກ ຫລື ພ້ອມກັບພວກຂ້າພະເຈົ້າຕີລາຄາອາການຕອບສະໜອງຂອງຄົນເຈັບໃນວິວັດການປິ່ນປົວຢູ່ບັນດາພະແນກ, ຫ້ອງ ແລະ ພິເສດແມ່ນພະແນກ ມໍລະສຸມ   ອາການສຸຂະພາບຂອງຄົນເຈັບຫນັກແມ່ນປ່ຽນແປງໄປແຕ່ລະມື້, ແຕ່ລະຊົ່ວໂມງ. ສະນັ້ນ ຕ້ອງຕິດຕາມ, ເບິ່ງແຍງຢ່າງສຸດຈິດສຸດໃຈ, ລອບຄອບຖິ່ຖ້ວນ ແລະ ມີການຕອບກັບທ່ານໝໍເພື່ອດັັດປັບຄຳສ່ັງປິ່ນປົວ” ອາດເວົ້າໄດ້ວ່າ ນອກຈາກຄວາມຮັກອາຊີບ, ພະຍາບານແຕ່ລະຄົນ ຍັງຖືຕົນເອງຄືກໍລະນີຂອງຄົນເຈັບ, ພີ່ນ້ອງຂອງຄົນເຈັບເພື່ອໃຫ້ມີຄວາມເຂົ້າໃຈ, ເຫັນອົກເຫັນໃຈຕໍ່ຄົນເຈັບ. “ ບາງເທື່ອ ຂ້າພະເຈົ້າກໍ່ຮູ້ສຶກອິດເມື່ອຍຫລາຍ. ແຕ່ເຖິງຢ່າງໃດກໍ່ຕາມ ພາຍຫລັງການກູ້ເອົາຊີວິດຄົນເຈັບໄດ້ແລ້ວ, ເມື່ອຄົນເຈັບມີສະຕິ... ຂ້າພະເຈົ້າກໍ່ຮູ້ສຶກດີໃຈຫລາຍ”. “ຂ້າພະເຈົ້າຄິດວ່າ ຄົນເຈັບຄືພີ່ນ້ອງຂອງຕົນ, ເຂົາເຈົ້າຕ້ອງການການຊ່ວຍເຫລືອຈາກເຮົາ. ຂ້າພະເຈົ້າຮູ້ສຶກດີໃຈເມື່ອໄດ້ຊ່ວຍໃຫ້ຄົນເຈັບຫາຍດີໄວ ແລະ ເຫັນວ່າ ອາຊີບທີ່ຕົນເຮັດແມ່ນມີປະໂຫຍດຕໍ່ທຸກຄົນ”. ຄວາມສຸດຈິດສຸດໃຈຂອງບັນດາພະນັກງານພະຍາບານ ແມ່ນໄດ້ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການຟື້ນຟູສຸຂະພາບຂອງບັນດາຄົນເຈັບ. “ເວລາຊື່ງພະຍາບານເບິ່ງແຍງດູແລຄົນເຈັບແມ່ນຫລາຍທີ່ສຸດ. ຄົນເຈັບຫາຍໄວ, ສຸຂະພາບດີຂຶ້ນ ແມ່ນບໍ່ພຽງແຕ່ຍ້ອນມີຄວາມມານະພະຍາຍາມຂອງຕົນເອງເທົ່ານັ້ນ ຫາກຍັງຍ້ອນມີຄວາມເອົາໃຈໃສ່ຂອງບັນດາທ່ານໝໍ ແລະ ການເບິ່ງແຍງດູແລກຢ່າງສຸດຈິດສຸດໃຈຂອງພະຍາບານອີກດ້ວຍ”. “ບັນດາພະຍາບານແມ່ນຄືກັນກັບອ້າຍນ້ອງຄີງໃນຄອບຄົວ, ຍາມໃດກໍ່ສຸດຈິດສຸດໃຈ ຮັກແພງພວກຂ້າພະເຈົ້າ. ພວກຂ້າພະເຈົ້າກໍ່ຂໍຂອບອົກຂອບໃຈ ແລະ  ຮັກແພງພະຍາບານທີ່ສຸດ”. ການດຳເນີນຊີວິດຂອງສະໂມສອນຄົນເຈັບ ຢູ່ ໂຮງໝໍມິດຕະພາບ. (ພາບ:Bệnh viện Hữu nghị)/ໂຮງໝໍມິດຕະພາບ)    ອາຊີບເປັນພະນັກງານພະຍາບານແມ່ນຫຍຸ້ງຍາກລຳບາກຫລາຍ. ເມື່ອຄົນເຈັບສາມາດຜ່ານຜ່າໄລຍະຫຍຸ້ງຍາກ, ເອົາຊະນະກັບພະຍາດ ແລະ ກັບຄືນສູ່ຊີວິດປະຈຳວັນ ນັ້ນແມ່ນຄວາມປິຕິຊົມຊື່ນໃຫຍ່ສຸດຂອງບັນດາພະຍາບານ, ແມ່ນກຳລັງຫນູນເພື່ອໃຫ້ເຂົາເຈົ້າຕິດພັນກັບອາຊີບ.
TAG
VOV/VOVworld/ພະນັກງານພະຍາບານ/ພະແນກມໍລະສຸມ/ໂຮງໝໍມິດຕະພາບ