VOV WorldVOV World
ແຂວງ​ເຊີນ​ລາ ເອົາ​ໃຈ​ໃສ່​ຕໍ່​ການ​ບຳ​ລຸງ​ສ້າງ​ນັກ​ສຶກ​ສາ ລາວ
28/08/2022 15:00
(VOVWORLD) -ເຖິງວ່າຢູ່ຫ່າງໄກຈາກຄອບຄົວ, ຢູ່ຕ່າງແດນ, ຕ່າງພາສາ, ຕ່າງວັດທະນະທຳ... ກໍຕາມ ແຕ່ນັກສຶກສາ, ພະນັກງານ ທີ່ມາຈາກ ປະເທດລ້ານຊ້າງ ທີ່ໄດ້ ແລະ ກຳລັງຮຽນຢູ່ ຫວຽດນາມ ເວົ້າລວມ ແລະ ແຂວງ ເຊີນລາ ເວົ້າສະເພາະ ລ້ວນແຕ່ຮູ້ສຶກວ່າ ນັ້ນແມ່ນໄລຍະເວລາທີ່ບໍ່ອາດຫຼົງລືມໄດ້. ເຂົາເຈົ້າບໍ່ພຽງແຕ່ຈະກາຍເປັນພະນັກງານຫຼັກແຫຼ່ງທີ່ມີຄຸນນະພາບມາຮັບໃຊ້ປະເທດເທົ່ານັ້ນ, ຫາກຍັງແມ່ນ “ແກ່ນສານ” ປະກອບສ່ວນສ້າງຄວາມຜູກພັນ, ເພີ່ມພູນຄູນສ້າງໃຫ້ແກ່ໄມຕີຈິດມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ ອີກດ້ວຍ.
    ຜ່ານໄລຍະ 5 ເດືອນທີ່ສຶກສາຮ່ຳຮຽນ, ບັນດານັກສຶກສາ ລາວ ທີ່ມາຈາກບັນດາແຂວງ ພາກເໜືອຂອງ ລາວ ກໍຄ່ອຍມີຄວາມຮູ້ສຶກລຶ້ງເຄີຍກັບສະພາບແວດລ້ອມໃໝ່ຢູ່ແຂວງ ເຊີນລາ. ຄວາມຫຍຸ້ງຍາກໃນການຮຽນພາສາ ຫວຽດ, ການສື່ສານ ຫຼື ການດຳລົງຊີວິດກໍຄ່ອຍໆໄດ້ແກ້ໄຂ ຍ້ອນໄດ້ຮັບຄວາມເອົາໃຈໃສ່ຢ່າງສຸດຈິດສຸດໃຈຈາກ ຄູອາຈານ, ພ້ອມດ້ວຍບັນດາວິທີເຮັດທີ່ປະດິດສ້າງຄື: ຮູບແບບ “ຄູ່ເພື່ອນມິດ ຫວຽດ - ລາວ” (ນັກສຶກສາ ຫວຽດນາມ ໜຶ່ງຄົນ ຊ່ວຍເຫຼືອ ນັກສຶກສາ ລາວ ໜຶ່ງຄົນ); ຮຽນ ແລະ ຝຶກເວົ້າພາສາ ຫວຽດ ຜ່ານບົດເພງ; ຢ້ຽມຊົມທັດສະນະສຶກສາສະຖານທີ່ຮ່ອງຮອງປະຫວັດສາດ, ທັດສະນີຍະພາບ; ໄປຕະຫຼາດ, ຊື້ເຄື່ອງຂອງ… ເອື້ອຍ ເຈນນີ ມະໄລສານ ມາຈາກແຂວງ ຊຽງຂວາງ ພວມຮຽນພາສາ ຫວຽດ ຢູ່ ວິທະຍາໄລ ເຊີນລາ ແບ່ງປັນວ່າ: “ ກ່ອນ ທີ່ ມາ ຮຽນ ຢູ່ ຫວຽດ ນາມ , ຂ້າ ພະ ເຈົ້າ ຮູ້ ສຶກ ເປັນ ຫ່ວງເພາະ ວ່າ ຍັງ ບໍ່ ທັນ ຮູ້ ວິ ຖີ ຊີ ວິດ ແລະ ການ ຮຽນ ຢູ່ ຫວຽດ ຈະ ເປັນ ຄ ື ແນວ ໃດ . ໃນ ເວ ລາ ມາ ຮອດ ແຂວງ ເຊີນ ລາ , ໄດ້ ຮັບ ຄວາມ ເອົາ ໃຈ ໃສ່ ຈາກ ຄູ ອາ ຈານ , ພາຍຫຼັງ ເກືອບ 5 ເດືອນ ຮຽນ ພາ ສາ ຫວຽດ , ຂ້າ ພະ ເຈົ້າ ກໍ ສາ ມາດເວົ້າ ໄດ້ , ຂຽນ ເປັນ ແລ້ວ . ບັນ ດາ ຄູ ອາ ຈານ ຢູ່ ທີ່ ນີ້ ມີຫຼາຍ ວິ ທີສິດ ສອນ ຫຼື ອະ ທິ ບາຍ ດ້ວຍ ພາ ສາ ລາວ ເພື່ອ ໃຫ້ ພວກ ຂ້ າ ພະ ເຈົ້າ ເຂົ້າ ໃຈ ບົດ ຮຽນ ໄດ້ ງ່າຍ ຂຶ້ນ .”
TAG
VOV/VOVworld/ເຊີນ​ລາ/ນັກ​ສຶກ​ສາ ລາວ/ມິດ​ຕະ​ພາບ