VOV WorldVOV World
ຄວາມຊົງຈຳຂອງບັນດານັກຮົບເກົ່າທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈິມິນ
04/05/2025 04:00
(VOVWORLD) -ໃນຊຸມມື້ຂອງເດືອນເມສາ ກ່ອນນີ້ 50 ປີ, ກອງທັບ ແລະ ປະຊາຊົນໃນທົ່ວປະເທດໄດ້ສ້າງເປັນໄຊຊະນະລະດູບານໃຫມ່ປີ 1975, ປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ. ໃນ 50 ປີຜ່ານມາ, ຄວາມຊົງຈຳກ່ຽວກັບບັ້ນຮົບ ໂຮ່ຈິມິນ ຍັງຄົງຢູ່ໃນໃຈຂອງບັນດານັກຮົບປະຕິວັດທີ່ໄດ້ເຂົ້າຮ່ວມບັນດາບັ້ນຮົບປະຫວັດສາດເໝືອນເດີມ ດ້ວຍຄວາມເອກອ້າງທະນົງໃຈ.
ຄວາມຊົງຈຳຂອງບັນດານັກຮົບເກົ່າທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈິມິນ
ບັນດານັກຮົບເກົ່າ, ອະດີດຊາວຫນຸ່ມຕະລຸມບ່ອນເຄີຍເຂົ້າຮ່ວມບັ້ນຮົບໂຮ່ຈິມິນ ພົບປະກັນພາຍຫລັງ 50 ປີປົດປ່ອຍພາກໃຕ້. (ພາບ: VOV) 50 ປີໄດ້ຜ່ານໄປ ແຕ່ຮູບພາບກ່ຽວກັບບັ້ນຮົບສຸດທ້າຍຢູ່ຂົວ ເຕີນກ໋າງ (ປະຈຸບັນແມ່ນຂົວ ໄຊງ່ອນ) ຍັງຄົງຝັງເລິກໃນໃຈຂອງນັກຮົບເກົ່າ ດິງຢາງຮຽວ ປະຈຸບັນ ແມ່ນຮອງຫົວຫນ້າສະໂມສອນມູນເຊື້ອຕໍ່ຕ້ານ ນະຄອນ ຖູດຶກ, ນະຄອນ ໂຮ່ຈິມິນ. ໃນຄາວນັ້ນ ຫົວຫນ່ວຍຂອງທ່ານ ແມ່ນກອງພັນທີ 4 ຕັ້ງທັບຢູ່ ຖູດຶກ ໄດ້ຮັບຫນ້າທີ່ດຳເນີນການບຸກໂຈມຕີຂົວ ເຕີນກ໋າງ ໃນຕອນບ່າຍວັນທີ 27 ເມສາ. ຂັ້ນເທິງອອກຄຳສັ່ງວ່າ: ພາຍຫລັງສຽງປືນດັງຂຶ້ນເປີດສາກການສູ້ຮົບໃນເວລາປະມານ 3 ໂມງເຊົ້າ ແມ່ນຕ້ອງຮັກສາຂົວໃຫ້ໄດ້ຈົນຮອດເວລາ 8 ໂມງເຊົ້າຂອງວັນທີ 28 ເມສາ. ໂດຍດຳເນີນການສູ້ຮົບໃນວົງລ້ອມຂອງສັດຕູ, ຮອດເວລາ 8 ໂມງເຊົ້າຂອງວັນທີ 28 ເມສາ, ສັດຕູເລີ່ມຕ່າວໂຈມຕີຢ່າງດຸເດືອດ ດ້ວຍກຳລັງຈາກທາງບົກ, ທາງອາກາດ, ທາງນ້ຳ, ກຳປັ່ນສູ້ຮົບຈາກ ເຕີນກ໋າງ ຍິງໃສ່ຖານຮົບ, ປືນໃຫຍ່ຢູ່ ກຳແພງເມືອງ ຕູຍຫ້າ - ກາດລາຍ ຍິງເຂົ້າໃສ່ ແລະ ເຮືອບິນໄດ້ຍິງລູກປືນພວງໃສ່ສະຫນາມຮົບ.
TAG
VOV/VOVworld/ການສູ້ຮົບ/ນັກຮົບເກົ່າ/ໄຊຊະນະອັນສະຫງ່າອົງອາດ