ແຂວງ ຊອກຈັງ ຊ່ວຍເຫລືອ ຜູ້ທີ່ເຄີຍກະທຳຜິດແລ້ວກັບໃຈ ໄດ້ກັບຄືນເຊື່ອມຕົວເຂົ້າກັບວົງຄະນາຍາດ
12/11/2023 10:00
(VOVWORLD) -ການຊ່ວຍເຫລືອຜູ້ທີ່ເຄີຍກະທຳຜິດພາຍຫລັງສິ້ນສຸດການປະຕິບັດຄຳຕັດສິນຈຳຄຸກ ໄດ້ກັບຄືນໄປເຊື່ອມຕົວເຂົ້າກັບວົງຄະນາຍາດ ນັ້ນແມ່ນຄວາມຮັບຜິດຊອບຂອງທົ່ວສັງຄົມ. ແຂວງ ຊອກຈັງ ແມ່ນຫນຶ່ງໃນບັນດາທ້ອງຖິ່ນ ທີ່ປະຕິບັດວຽກງານນີ້ໄດ້ເປັນຢ່າງດີ, ຊ່ວຍໃຫ້ຜູ້ທີ່ເຄີຍກະທຳຜິດ ແລ້ວກັບໃຈ, ສ້າງຊີວິດຄືນໃໝ່, ກາຍເປັນຜູ້ທີ່ເປັນປະໂຫຍດຕໍ່ສັງຄົມ.

ນັກໂທດ ຢູ່ ຄຸກກັກຂັງ ເມືອງໝີຕູ ແຂວງຊອກຈັງ. ອ້າຍ ເຈີນອຸດແອມ ຢູ່ຕາແສງ ລິກໂຮ້ຍເທຶ້ອງ ເມືອງ ເຈີນເດ່ ຖືກສານຕັດສິນຈຳຄຸກ 36 ເດືອນ ຍ້ອນລະເມີດກົດໝາຍ, ແຕ່ຍ້ອນມີການດັດສ້າງດີ ຈິ່ງຫຼຸດລົງຈຳຄຸກພຽງແຕ່ 30 ເດືອນ. ພາຍຫຼັງສິ້ນສຸດການປະຕິບັດຄຳຕັດສິນຂອງສານ, ກັບຄືນເມືອທ້ອງຖິ່ນ, ລາວໄດ້ຮັບການຊ່ວຍເຫຼືອຈາກທຸກຂັ້ນ, ຂະແຫນງການຂອງທ້ອງຖິ່ນ, ໂດຍສະເພາະແມ່ນຕຳຫຼວດຕາແສງ, ຍ້ອນມີຄວາມມານະພະຍາຍາມໃນການອອກແຮງງານ, ທຳມາຫາກິນ, ສະນັ້ນ ຊີວິດຄອບຄົວຂອງອ້າຍ ກໍ່ມີຄວາມເປັນປົກກະຕິ. ອ້າຍ ເຈີ່ນອຸດແອມ ເລົ່າສູ່ຟັງວ່າ: “ ປະຈຸບັນ ຂ້າ ພະ ເຈົ້າເຝົ້າ ໜອງກຸ້ງ . ໃນ ປີ ຫ ນຶ່ງ ຮັບ ຈ້າງ ເຝົ້າ ຫນອງ ກຸ້ງ 2 ລະ ດູ ການ . ເງິນເດືອນທີ່ໄດ້ ຮັບ ແມ່ນ 8 ລ້ານ / ເດືອນ , ເລື່ອງ ກິນຢູ່ ແມ່ນນາຍຈ້າງ ຮັບ ຜິດ ຊອບ . ຂ້າ ພະ ເຈົ້າ ຫາກໍ່ຊື້ລົດບັນທຸກຂົນສົ່ງຫີນ , ຊາຍ ແລະ ວັດສະດຸກໍ່ສ້າງ . ໃຜຈ້າງເຮັດຫຍັງ ກໍ ເຮັດໝົດ ? ທັງຜົວເມຍ ກໍ່ ດຸ ໝັ່ນ ທຳ ມາ ຫາ ກິນ , ປຸກສ້າງ ເຮືອນໄດ້ 3 ປີແລ້ວ . ຜົວເມຍກໍ່ສືບຕໍ່ພະ ຍາ ຍາມ ດຸ ໝັ່ນເຮັດວຽກ ເພື່ອ ລ້ຽງ ລູກ , ໃຫ້ ລູກ ໄດ້ ໄປ ໂຮງ ຮຽນ , ຊີວິດການເປັນຢູ່ກໍ ໄດ້ ປັບ ປຸງດີຂຶ້ນກ່ວາເກົ່າ ” . ກໍເຊັ່ນດຽວກັນກັບ ອ້າຍ ເຈີນອຸດແອມ, ຮວິ່ງມີງຮວ່າງ ກໍ່ໄດ້ສິ້ນສຸດການປະຕິບັດຄຳຕັດສິນຂອງສານແມ່ນຈຳຄຸກ 8 ປີຢູ່ ຄຸກ ກາຍເຕົ່າ, ແຂວງ ກາເມົາ ເມື່ອໄດ້ກັບຄືນມາທ້ອງຖິ່ນ ໂດຍໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫລືອຈາກອຳນາດການປົກຄອງ ສະນັ້ນ ອ້າຍກໍ່ໄດ້ກັບຄືນເຊື່ອມຕົວກັບວົງຄະນາຍາດ. ອ້າຍ ຮວິ່ງມີງຮວ່າງ ໃຫ້ຮູ້ວ່າ:
TAG
VOV/VOVworld/ຄຳຕັດສິນຂອງສານ/ຈຳຄຸກ/ການດັດສ້າງ
Related








