ແພດໝໍຫນຸ່ມ ຢູ່ ດັກລັກ ອາສາສະໝັກເພື່ອສຸຂະພາບຂອງຊຸມຊົນ
24/03/2024 05:00
(VOVWORLD) - ພ້ອມກັບເສື້ອສີຟ້າຂອງບັນດາໄວຫນຸ່ມທີ່ເປັນອາສາສະໝັກໃນການເຄື່ອນໄຫວຂອງຄະນະຊາວຫນຸ່ມ, ໄລຍະຜ່ານມາ ເສື້ອ blu ຂາວຂອງບັນດາທ່ານໝໍຫນຸ່ມອາສາສະໝັກໄດ້ກາຍເປັນສິ່ງທີ່ລື້ງເຄີຍກັບປະຊາຊົນບັນດາແຂວງ ໄຕງວຽນ. ພິເສດ ແມ່ນຢູ່ບັນດາຕາແສງທີ່ຢູ່ເຂດຫ່າງໄກສອກຫລີກ, ເຂດປະສົບກັບຄວາມຫຍຸ້ງຍາກຢູ່ ແຂວງດັກລັກ.

ແພດໝໍຫນຸ່ມ ຍາມໃດກໍ່ສຸດຈິດສຸດໃຈໃນການກວດພະຍາດໃຫ້ແກ່ປະຊາຊົນ. ພາບ:VOV ພາຍຫລັງໄດ້ຮັບການກວດ ແລະ ແນະນຳວິທີເບິ່ງແຍງສຸຂະພາບແລ້ວ, ລຸງ Y Juôn Niê (ama H’Bluin) ຢູ່ ບ້ານ Ea Nur, ເທດສະບານ Pơng Drang ເມືອງ Krông Buk ສືບຕໍ່ໄດ້ຮັບການແນະນຳມາຮັບຢາໂດຍບໍ່ເສຍຄ່າ. ລຸງ Y Juôn ແບ່ງປັນວ່າ: ໃນໂອກາດທີ່ຄະນະແພດໝໍຫນຸ່ມອາສາສະໝັກລົງກວດ ແລະ ປິ່ນປົວພະຍາດຢູ່ທ້ອງຖິ່ນ ສະນັ້ນລຸງໄດ້ໄປກວດພະຍາດ ແລະ ໄດ້ຮັບຄຳປຶກສາລະອຽດກ່ຽວກັບສຸຂະພາບຂອງຕົນໃນປະຈຸບັນ. ລຸງ Y Juôn ໃຫ້ຮູ້ວ່າ: ບັນດາແພດໝໍອາສາສະໝັກ ໄດ້ກວດພະຍາດ ແລະ ແນະນຳໃຫ້ປະຊາຊົນຢ່າງສຸດຈິດສຸດໃຈ.
TAG
VOV/VOVworld/ແພດໝໍ/ອາສາສະໝັກ/ຈັນຍາບັນ
Related








