ຫນູນຊ່ວຍປະຊາຊົນເຂດພູສູງ ເຊີນລາ ຫາເງິນລ້ຽງຊີບ, ສ້າງກຳລັງຫນູນຫລຸດພົ້ນອອກຈາກຄວາມທຸກຍາກ
22/10/2023 15:00
(VOVWORLD) -ໂດຍປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະຍືນຍົງ, ເມືອງທ້ວນເຈົາຢູ່ແຂວງເຊີນລາໄດ້ສຸມໃສ່ລົງທຶນພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມ; ສ້າງຄວາມຫຼາກຫຼາຍໃນການຫາເງິນລ້ຽງຊີບ, ພັດທະນາການຜະລິດ ເພື່ອເພີ່ມລາຍຮັບໃຫ້ແກ່ປະຊາຊົນ. ຜ່ານນັ້ນ, ກໍ່ປະກອບສ່ວນຮັບປະກັນຊີວິດສັງຄົມ ແລະປະຕິບັດບັນດາຄາດໝາຍການເຕີບໂຕເສດຖະກິດ, ສູ້ຊົນຫຼຸດພົ້ນອອກຈາກບັນຊີລາຍຊື່ເມືອງທຸກຍາກໃນປີ 2025.

ປະຊາຊົນໄດ້ຮັບການຫນູນຊ່ວຍ ຝຸ່ນ, ເຕັກນິກການປູກຕົ້ນມັງກອນຕາມມາດຖານ VietGAP. ພາບ: VOV ປີ 2018, ຄອບຄົວຂອງເອື້ອຍຮວ່າງທິຖ໋າວມາຕັ້ງຖິ່ນຖານຢູ່ບ້ານກວິ່ງທ້ວນ, ຕາແສງຊຽງຟາ, ເມືອງທ້ວນເຈົາ. ພາຍຫຼັງປຸກສ້າງເຮືອນຢູ່ແລ້ວ, ຄອບຄົວເອື້ອຍໄດ້ຊອກຫາຮູບແບບພັດທະນາເສດຖະກິດທີ່ເໝາະສົມກັບບ່ອນຢູ່ໃໝ່ສະນັ້ນ ຈິ່ງໄດ້ຕັດສິນໃຈປູກຕົ້ນໝາກມັງກອນເພື່ອພັດທະນາເສດຖະກິດ. ເອື້ອຍຖ໋າວໃຫ້ຮູ້ວ່າ ໄລຍະທຳອິດຄອບຄົວພຽງແຕ່ປູກຕົ້ນມັງກອນໃນເນື້ອທີ່ຂະໜາດນ້ອຍ, ທັງເຮັດທັງຮຽນຮູ້ເພື່ອສະສົມປະສົບການ. ຕໍ່ມາ, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງທ້ອງຖິ່ນແລະໄດ້ຮັບການໜູນຊ່ວຍ 70% ແນວພັນປູກ ແລະຝຸ່ນ ເພື່ອສ້າງຮູບແບບຕົ້ນໝາກມັງກອນຕາມມາດຖານຂອງການກຳນົດການກ່ຽວກັບການຜະລິດກະສິກຳດີໃຫ້ສຳລັບບັນດາຜະລິດຕະພັນກະສິກຳ, ສິນໃນນ້ຳ (VietGAP).ມາຮອດປະຈຸບັນ, ຄອບຄົວມີເນື້ອທີ່ດິນປູກໝາກມັງກອນແມ່ນເກືອບ 2 ເຮັກຕາ, ສ້າງລາຍຮັບໄດ້ເກືອບ 200 ລ້ານດົ່ງ (ກວ່າ 7.000 USD)/ປີ. ເອື້ອຍຮວ່າງທິຖາວ ແບ່ງປັນວ່າ: “ ພະ ແນກກະ ສິ ກຳ ໄດ້ ໜູນ ຊ່ວຍ ທັງ ເຕັກ ນິກ ການ ປູກ , ການ ຫຸ້ມ ຫໍ່ , ສະ ແຕມ ຕົ້ນ ກຳ ເນີດ ສິນ ຄ້າແລະຂັ້ ນ ຕອນ VietGAP ໃຫ້ພວກ ຂ້າ ພະ ເຈົ້າ . ນັບ ແຕ່ ນັ້ນ ມາ , ພວກ ຂ້າພະ ເຈົ້າ ໄດ້ ເຫັນ ວ່າ ຕົ້ນ ມັງກອນ ເໝາະ ສົມ ກັບ ດິນ ຟ້າ ອາກາດຢູ່ ທີ່ນີ້ , ດັ່ງ ນັ້ນ ພວກ ຂ້າພະ ເຈົ້າ ຈຶ່ງ ໄດ້ ປູກ ຕົ້ນ ມັງ ກອນ ເປັນຕາມ ລະ ດູ ການ ແລະຂະຫຍາຍ ອອກ . ໝາກມັງກອນໃຫ້ລາຍຮັບທີ່ໝັ້ນຄົງກວ່າເມື່ອທຽບໃສ່ກັບຕົ້ນອື່ນໆ , ສະນັ້ນພວກ ຂ້າ ພະ ເຈົ້າ ມີ ຄວາມ ອຸ່ນ ອ່ຽນ ໃຈພັດ ທະ ນາ ເສດ ຖະ ກິດ ”. ຫລາຍຄອບຄົວໄດ້ຮັບການຫນູນຊ່ວນງົວພັນ. ພາບ: VOV ດ້ວຍທ່າໄດ້ປຽບຂອງເນື້ອທີ່ດິນທີ່ກວ້າງຂວາງສາມາດປູກຫຍ້າໄດ້ຫຼາຍຊະນິດເພື່ອເປັນອາຫານໃຫ້ສັດລ້ຽງ, ສັດປີກ, ເມືອງທ້ວນເຈົາໄດ້ພັດທະນາຂະແຫນງສັດລ້ຽງ ແລະສັດປີກຕາມທິດຜະລິດເປັນສິນຄ້າ. ຢູ່ທຸກຕາແສງເຂດພູດອຍ, ປະຊາຊົນໄດ້ເປີດກວ້າງເນື້ອທີ່ປູກຫຍ້າເພື່ອລ້ຽງສັດແບບຂັງໃນຄອກ... ມາຮອດປະຈຸບັນ, ທົ່ວເມືອງ ໄດ້ມີສັດລ້ຽງ, ສັດປີກຊະນິດຕ່າງໆກວ່າ 90.000 ໂຕ. ຄອບຄົວອ້າຍ ເລື່ອງວັນເຢີນ ຢູ່ ບ້ານຈ່ຽງລີ ຕາແສງ ຈຽງລີ ເມືອງ ທ້ວນເຈົາ ແມ່ນຄອບຄົວທຸກຍາກ ແລະ ປີກາຍກໍ່ໄດ້ຮັບການຫນູນຊ່ວຍງົວແນວພັນເພື່ອເປັນການຫາລ້ຽງຊີບ, ເພີ່ມລາຍຮັບ. “ ເມື່ອໄດ້ຮັບການຫນູນຊ່ວຍງົວແນວພັນ 1 ໂຕ , ຄອບຄົວຂ້າພະເຈົ້າດີໃຈຫລາຍ ແລະ ຈະພະຍາຍາມດູແລເພື່ອໃຫ້ງົວແຜ່ພັນໄດ້ຫລາຍໂຕເພື່ອພັດທະນາເສດຖະກິດຄອບຄົວ ” . ເມືອງທ້ວນເຈົາມີ 29 ຕາແສງ, ເທດສະບານດ້ວຍ 38.000 ກວ່າຄອບຄົວ, 5 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ. ໂດຍປະຕິບັດຄາດໝາຍຮອດປີ 2025ນຳເມືອງຫຼຸດພົ້ນອອກຈາກຄວາມທຸກຍາກ, ທາງເມືອງໄດ້ປະກາດໃຊ້ເອກະສານຫຼາຍສະບັບຊີ້ນຳ ແລະແນະນຳການປະຕິບັດແຜນການຫຼຸດຜ່ອນຄວາມທຸກຍາກ. ມາຮອດປະຈຸບັນ, ທົ່ວເມືອງມີ 16.000 ເທື່ອຄອບຄົວທີ່ໄດ້ຮັບເງິນກູ້ຢຶມບຸລິມະສິດເພື່ອລົງທຶນພັດທະນາການຜະລິດ, ດ້ວຍຍອດຈຳນວນເງິນກວ່າ 720 ຕື້ດົ່ງ (ເກືອບ 30 ລ້ານ USD). ໃນປີກາຍນີ້ອັດຕາຄວາມທຸກຍາກຂອງເມືອງໄດ້ຫຼຸດລົງຈາກ 37% ເຫລືອພຽງ 31%, ຄອບຄົວທີ່ຢູ່ໃກ້ລະດັບຂັ້ນທຸກຍາກຍັງເຫຼືອຫຼາຍກວ່າ 16%. ທ່ານດິງແມ້ງຮຸ່ງ, ຮອງປະທານຄະນະກຳມະການປະຊາຊົນເມືອງທ້ວນເຈົາ, ເນັ້ນໜັກວ່າ: “ ເມືອງ ທ້ວນ ເຈົາ ໄດ້ ສຸມ ໃສ່ນຳ ພາ , ຊີ້ ນຳ , ຂົນຂວາຍ ທົ່ວ ລະບົບ ການ ເມືອງ ; ເພີ່ມ ທະວີ ວຽກ ງານ ໂຄສະນາ ຂົນ ຂວາຍ , ຍົກ ສູງ ຄວາມ ຮັບ ຮູ້ ຂອງ ປະຊາຊົນ , ປ່ຽນ ແປງ ແນວ ຄິດ ເພື່ອ ໃຫ້ ປະຊາຊົນ ບືນ ຕົວ ຂຶ້ນ ຫລຸດ ພົ້ນ ຈາກ ຄວາມທຸກ ຍາກ . ພ້ອມ ກັນ ນັ້ນ , ກໍ່ ປະ ຕິ ບັດ ການ ລະດົມ ແຫຼ່ງກຳລັງ ເປັນ ຢ່າງ ດີ ເພື່ອລົງທຶນ ກໍ່ສ້າງ ພື້ນຖານ ໂຄງ ລ່າງ , ສ້າງ ເງື່ອນ ໄຂ ສະດວກ ໃຫ້ ແກ່ ການ ພັດທະນາ ເສດຖະກິດ ; ລະດົມ ແຫຼ່ງກຳລັງ ເພື່ອ ສ້າງ ຮູບ ແບບ , ສະຫຼຸບ ແລະ ທະ ວີ ຄູນບັນດາ ຮູບ ແບບ ເສດຖະກິດ ໃນ ໝູ່ປະຊາຊົນ ” . ດ້ວຍການເຂົ້າຮ່ວມຢ່າງຂ້ຽວຂາດຂອງທັງລະບົບການເມືອງ, ພ້ອມກັບເຈດຈຳນົງຕັດສິນໃຈ, ມານະພະຍາຍາມບືນຕົວຂຶ້ນຂອງປະຊາຊົນແຕ່ລະຄົນ, ທ້ວນເຈົາພວມກ້າວເຂົ້າໃກ້ກັບຄາດໝາຍຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2025.
TAG
VOV/VOVworld/ຕົ້ນມັງກອນ/ການຜະລິດກະສິກຳ
Related








