VOV WorldVOV World
ຂະບວນການລົບລ້າງການກືກທັກສະດິຈິຕອນໃນຊາວຫນຸ່ມຄົນພິການ
27/04/2025 05:00
(VOVWORLD) - ມີຫລາຍຫ້ອງຮຽນເຊິ່ງຫນ້າ ແລະທາງໄກ ກ່ຽວກັບປັນຍາປະດິດ (AI), ການຫັນປ່ຽນດິຈິຕອນ ພວມໄດ້ຮັບການຜັນຂະຫຍາຍໃຫ້ແກ່ຊາວຫນຸ່ມ ຫວຽດນາມ, ໃນນັ້ນ ມີຊາວຫນຸ່ມແມ່ນຄົນພິການ. ບັນດາຜູ້ຊ່ຽວຊານກ່ຽວກັບ AI, Digital Creator ທີ່ມີຊື່ສຽງ ໄດ້ແບ່ງປັນສິ່ງພື້ນຖານທີ່ສຸດ, ແທດຈິງທີ່ສຸດ ແລະງ່າຍດາຍທີ່ສຸດໃນການໝູນໃຊ້ໃນວຽກງານປະຈຳວັນໃຫ້ແກ່ຄົນພິການ.
ຂະບວນການລົບລ້າງການກືກທັກສະດິຈິຕອນໃນຊາວຫນຸ່ມຄົນພິການ
ອ້າຍ ຟ້າມວັນແທ່ງ, ປະທານ ສະມາຄົມຊາວຫນຸ່ມຄົນພິການ ຫວຽດນາມ ແບ່ງປັນທີ່ເຫດການ. (ພາບ:Phương Thoa/VOV)   ເຖິງວ່າໄປມາຕ້ອງໃຊ້ລົດເຂັນກໍຕາມ,ແຕ່ ອ້າຍ ດ່ວານງອັກຈຽນ ຢູ່ ຮ່າຕິງ ບໍ່ປະລະຊຸດອົບຮົມໃດຈາກບັນດາຜູ້ຊ່ຽວຊານ. ແຕ່ລະເທື່ອທີ່ເຂົ້າຮ່ວມຊຸດຮຽນລົບລ້າງການກືກທັກສະດິຈິຕອນໂດຍ ສະມາຄົມຊາວຫນຸ່ມຄົນພິການ ຫວຽດນາມຈັດຕັ້ງ, ອ້າຍຈຽນ ລ້ວນແຕ່ຕັ້ງໃຈຮັບຟັງ ແລະຈົດຄວາມຮູ້ໃຫມ່ທີ່ມີຄວາມຈຳເປັນໃຫ້ແກ່ວຽກງານຂອງຕົນ. “ວຽກງານຕົ້ນຕໍຂອງຂ້າພະເຈົ້າ ແມ່ນດຳເນີນທຸລະກິດຮ້ານ Petshop. ຂ້າພະເຈົ້າເຫັນວ່າ ການດຳເນີນທຸລະກິດຜ່ານດິຈິຕອນປະຈຸບັນ ພວມພັດທະນາທີ່ສຸດ ພິເສດຜ່ານ tiktok , ຂ້າພະເຈົ້າ ປາດຖະຫນາວ່າ ສາມາດນຳໃຊ້ເຕັກໂນໂລຊີປັນຍາປະດິດເຂົ້າໃນການພັດທະນາບັນດາເນື້ອໃນ, ສ້າງບັນດາເນື້ອໃນ, video viral . ເມື່ອໄດ້ຮູ້ຂ່າວວ່າ ສະມາຄົມຊາວຫນຸ່ມຄົນພິການ ຫວຽດນາມຈັດຕັ້ງລາຍການລົບລ້າງການກືກທັກສະດິຈິຕອນໃຫ້ແກ່ຄົນພິການ, ຂ້າພະເຈົ້າໄດ້ຈົດທະບຽນເຂົ້າຮ່ວມ.” ຕາມບັນດາຜູ້ຊ່ຽວຊານ, ໃນຊຸມປີຈະມາເຖິງ,  ມີ 65% ວຽກງານປະຈຸບັນ ຈະຖືກປ່ຽນແທນດ້ວຍເຕັກໂນໂລຊີ. ເລື່ອງສະມາຄົມຊາວຫນຸ່ມຄົນພິການ ຫວຽດນາມ ສ້າງຖັນແຖວ “ລົບລ້າງການກືກທັກສະດິຈິຕອນ” ໂດຍເຕົ້າໂຮມບັນດາຜູ້ຊ່ຽວຊານແຖວຫນ້າຢູ່ ຫລາຍຂົງເຂດແຕກຕ່າງກັນ ຄື: ປັນຍາປະດິດ (AI), (Blockchain), ຄວາມປອດໄພ ແລະຄວາມປິດລັບດ້ານຂໍ້ມູນຂ່າວສານ,
TAG
VOV/VOVworld/​ຊາວ​ຫນຸ່ມ​ຄົນ​ພິ​ການ/ການ​ກືກທັກ​ສະ​ດິ/ສະ​ມາ​ຄົມ​ຊາວ​ຫນຸ່ມ