VOV WorldVOV World
ຂະແຫນງທ່ອງທ່ຽວ ແຂວງ ເຊີນລາ ຟື້ນຕົວຢ່າງແຮງພາຍຫລັງໂລກລະບາດໂຄວິດ 19
11/09/2022 16:00
(VOVWORLD) - ພາຍຫລັງໂລກລະບາດໂຄວິດໄດ້ຮັບການຄວບຄຸມເທື່ອລະກ້າວ, ການເຄື່ອນໄຫວທ່ອງທ່ຽວຢູ່ ແຂວງ ເຊີນລາ ໄດ້ຟື້ນຕົວ ແລະ ຄ່ອຍໆກັບຄືນທ່າເຕີບໂຕ. ບັນດາສະຖານທີ່, ບ່ອນທ່ອງທ່ຽວລ້ວນມີແຂກມາທ່ຽວເພີ່ມຂຶ້ນໃນລະດັບທີ່ຫນ້າປະທັບໃຈ ນັບທັງໃນຊຸມວັນທີ່ບໍ່ແມ່ນວັນພັກລັດຖະການ.
    ຮູບພາບສວຍງາມ ຢູ່ ໂນນຊາ ເຂດພູພຽງ ມົກເຈົາ.ພາບ: VOV ເຖິງວ່າບໍ່ແມ່ນວັນພັກການກໍ່ຕາມ ແຕ່ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມຢູ່ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ແຂວງ ເຊີນລາ ແມ່ນຫລວງຫລາຍ. ແຂກໄປທ່ຽວຕາມ tour ຫລືໄປຕາມກຸ່ມລ້ວນແຕ່ຮູ້ສຶກມ່ວນຊື່ນເມື່ອໄດ້ເຊື່ອມຕົວເຂົ້າກັບທິວທັດທຳມະຊາດທີ່ສວຍງາມປອດໂປ່ງຢູ່ທີ່ນີ້. ອ້າຍ ຟານງອກຮ່ວາງ, ຜູ້ອຳນວຍການຝ່າຍທຸລະກິດ ບໍລິສັດພັດທະນາທ່ອງທ່ຽວສາກົນ ເຟື້ອງຮ່ວາງຈຳກັດ ຢູ່ ເມືອງ ມົກເຈົາ ໃຫ້ຮູ້ວ່າ: ເມື່ອມີແຜນເປີດປະຕູທ່ອງທ່ຽວຄືນໃຫມ່, ເຂດທ່ອງທ່ຽວປ່າທົງ (ປ່າແປກ) ບ້ານ ອ້າງ ຍາມໃດກໍ່ມີແຂກມາທ່ຽວເປັນຈຳນວນຫລວງຫລາຍ ດ້ວຍຈຳນວນແຂກທ່ອງທ່ຽວແມ່ນຂຶ້ນເຖິງ 1000 ເທື່ອຄົນ/ວັນ. ຕາມການສະຖິຕິ ໃນໄຕມາດ 2 ປີນີ້, ເຂດທ່ອງທ່ຽວຂອງບໍລິສັດໄດ້ຕ້ອນຮັບແຂກມາພັກຜ່ອນແມ່ນກວ່າ 1.800 ຄົນ, 18.000 ເທື່ອຄົນມາທ່ຽວ.
TAG
VOV/VOVworld/ການສື່ສານ/ໂຄສະນາ/ຕ້ອນຮັບແຂກມາທ່ຽວ/ມົກເຈົາ ແຂວງ ເຊີນລາ