ຄວາມຊົງຈຳຂອງບັນດາຜູ້ເຂົ້າຮ່ວມການຕໍ່ສູ້ປົດປ່ອຍ ບວນມາທວດ
16/03/2025 15:00
(VOVWORLD) -ໄຊຊະນະ ບວນມາທວດ ໃນວັນທີ 10 ມີນາ ປີ 1975 ແມ່ນການເປີດໄຊຊະນະຂອງບັ້ນຮົບ ໄຕງວຽນ, ສ້າງບາດລ້ຽວໃນການບຸກໂຈມຕີຄັ້ງໃຫຍ່ ແລະ ການລຸກຮື້ຂຶ້ນໃນລະດູບານໃຫມ່ປີ 1975, ດ້ວຍຈຸດສູງສຸດແມ່ນໄຊຊະນະຂອງບັ້ນຮົບ ໂຮ່ຈິມິນ, ທ້ອນໂຮມປະເທດຊາດເປັນເອກະພາບ. ພາຍຫລັງ 50 ປີ ແຫ່ງການປົດປ່ອຍ ບວນມາທວດ, ບັນດາຕົວພະຍານທີ່ເຄີຍເຂົ້າຮ່ວມການຕໍ່ສູ້ໃນຊ່ວງເວລານັ້ນ ໄດ້ມີຄວາມຕືນຕັ້ນໃຈເມື່ອຫວນຄືນເຫດການປະຫວັດສາດນີ້.

ລຸງ ໂຮ່ກວາງຈິ້ ຄິດເຖິງຊຸມປີເຂົ້າຮ່ວມການຕໍ່ສູ້ຢ່າງດຸເດືອດແຕ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ. (ພາບ:Nam Trang/VOV ) ຕອນເຊົ້າວັນທີ 10 ມີນາ ປີ 1975, ກອງພັນ 2, ກອງພັນໃຫຍ່ 25 ຮັບຫນ້າທີ່ບຸກໂຈມຕີເຂົ້າສາງ ມາຍຫັກເດ. ນີ້ແມ່ນສາງອາວຸດຍຸດທະສາດຂອງສັດຕູ ຢູ່ ບວນມາທວດ ເພາະສະນັ້ນ ກອງທັບ ຫວຽດນາມ ຕ້ອງຢຶດຄອງຢ່າງວ່ອງໄວ.
TAG
VOV/VOVworld/ທ້ອນໂຮມປະເທດຊາດ/ນັກປະຕິວັດອະວຸໂສ/ບຸກເຂົ້າປົດປ່ອຍ
Related








