VOV WorldVOV World
ກວ໋າງນິງ ຫັນເປັນດິຈີຕອນ ໃນການຄຸ້ມຄອງກຳປັ່ນຫາປາ ເພື່ອຕ້ານການຂຸດຄົ້ນ ສິນທະເລຜິດກົດໝາຍ IUU
29/08/2023 16:00
(VOVWORLD) -ກວດກາການເຄື່ອນໄຫວຂອງກຳປັ່ນ ຫາປາຢູ່ທະເລ ແມ່ນຫນຶ່ງໃນບັນດາມາດຕະການສຳຄັນຕ້ານການຂຸດຄົ້ນ IUU (ຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ). ຢູ່ ແຂວງ ກວ໋າງນິງ ບັນດາມາດຕະການຫັນເປັນດິຈີຕອນ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍເພື່ອຄຸ້ມຄອງກຳປັ່ນຫາປາ ແລະ ຫນູນຊ່ວຍຊາວປະມົງ, ກ້າວໄປເຖິງການ ຍົກເລີກ “ບັດເຫລືອງ” ຂອງ EC ໃນໄລຍະຈະມາເຖິງ.
ກວ໋າງນິງ  ຫັນເປັນດິຈີຕອນ ໃນການຄຸ້ມຄອງກຳປັ່ນຫາປາ ເພື່ອຕ້ານການຂຸດຄົ້ນ ສິນທະເລຜິດກົດໝາຍ IUU
App ຄຸ້ມຄອງກຳປັ່ນຫາປາໄດ້ນຳໃຊ້ທົດລອງ ຢູ່ ແຂວງ ກວ໋າງນິງ. ພາບ:Trường Giang/VOV     ສະເລ່ຍແຕ່ລະເດືອນ, ກຳປັ່ນ QN90162-TS ຂອງອ້າຍ ຫງວຽນເທເຟືອງ ຢູ່ ຕາແສງ ຮະລອງ ເມືອງ ເວີນດົນ ແຂວງ ກວ໋າງນິງ ອອກໄປຫາປາຂຸດຄົ້ນສິນທະເລຢູ່ນອກຝັ່ງ ເປັນ 4 ຄັ້ງ. ເມື່ອອອກຈາກທ່າກຳປັ່ນ ຫລື ເຂົ້າທຽບທ່າ ອ້າຍ ເຟືອງ ລ້ວນແຕ່ລາຍງານຕໍ່ຫ້ອງການຜູ້ຕາງຫນ້າທຳການກວດກາຢູ່ ທ່າກຳປັ່ນ ກາຍຣົ່ງ ເມືອງ ເວີນດົນ ຕາມການກຳນົດ.        “ເມື່ອອອກຈາກທ່າກຳປັ່ນໄປຫາສິນທະເລ ພວກຂ້າພະເຈົ້າລ້ວນແຕ່ລາຍງານເຖິງກຳລັງມີຫນ້າທີ່ຮັບຜິດຊອບ ກ່ຽວກັບຂັ້ນຕອນ, ບ່ອນຫາປາ. ເມື່ອກັບມາ ແມ່ນແຈ້ງກ່ອນ 1 ຊົ່ວໂມງ, ມອບປື້ມບັນທຶກການຫາປາ ປະລິມານສິນທະເລທີ່ຫາໄດ້, ມີປະເພດໃດ. ເດືອນຫນຶ່ງ ອອກໄປຫາປາ 4 ຄັ້ງຕ້ອງມີປື້ມບັນທຶກ 4 ຫົວ. ສິ່ງນີ້ກໍ່ບໍ່ສະດວກປານໃດ ຍ້ອນພວກຂ້າພະເຈົ້າບໍ່ມີເວລາເພື່ອບັນທຶກຂັ້ນຕອນລະອຽດ” ເພື່ອຫນູນຊ່ວຍຊາວປະມົງ, ນັບແຕ່ເດືອນມັງກອນປີ 2023, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກວ໋າງນິງ ໄດ້ສົມທົບກັບບັນດາຫົວຫນ່ວຍ ເຕັກໂນໂລຊີຂໍ້ມູນຂ່າວສານ ນຳໃຊ້ທົດລອງ App ຄຸ້ມຄອງກຳປັ່ນຫາປາ ແລະ ຂຸດຄົ້ນສິນທະເລ ຢູ່ ແຂວງ ກວ໋າງນິງ. ດ້ວຍການຕິດຕັ້ງ App ຜ່ານສະມາດໂຟນ, ເຈົ້າຂອງກຳປັ່ນຫາປາທີ່ເຄື່ອນໄຫວຢູ່ນອກຝັ່ງ ສາມາດຈົດທະບຽນ, ກວດກາເຕັກນິກກຳປັ່ນ ສົ່ງການລາຍງານຂັ້ນຕອນອອກຈາກທ່າກຳປັ່ນ, ຫລືເຂົ້າທຽບທ່າ ໃຫ້ອົງການຄຸ້ມຄອງ . ບັນດາຂໍ້ມູນນີ້ໄດ້ຮັກສາ ແລະ ເຊື່ອມຕໍ່ກັບຫ້ອງການຄຸ້ມຄອງຢູ່ ທ່າກຳປັ່ນ. ອ້າຍ ບູ່ຍເຟືອງຕວ໋ຽນ ເຈົ້າຂອງກຳປັ່ນ QN90095-TS ໃຫ້ຮູ້ວ່າ: ນອກຈາກການລາຍງານແລ້ວ, App ຍັງສະຫນອງບັນດາຂໍ້ມູນເຕືອນໄພ, ຫລີກລ້ຽງພາຍຸ, ສາມາດເຫັນໄດ້ທີ່ຕັ້ງຂອງບັນດາກຳປັ່ນໃນລະບົບເພື່ອໃຫ້ຫນ່ວຍກຳປັ່ນຫນູນຊ່ວຍກັນ; “ພວກຂ້າພະເຈົ້າລາຍງານຂັ້ນຕອນຫາປາຢູ່ ສະມາດໂຟນ ກ່ອນ ແລ້ວສົ່ງເຖິງຫ້ອງການຄຸ້ມຄອງ ເພື່ອຂໍອະນຸຍາດໃຫ້ກຳປັ່ນອອກຈາກທ່າກຳປັ່ນໄປຫາປາຢ່າງສະດວກ. ບໍ່ພຽງແຕ່ສ້າງຄວາມສະດວກໃນການອອກ, ເຂົ້າທຽບທ່າເທົ່ານັ້ນ App ຍັງຊີ້ໃຫ້ຮູ້ບ່ອນໃດຫາປາໄດ້, ບ່ອນໃດຫ້າມການຫາປາເພື່ອໃຫ້ຊາວປະມົງປະຕິບັດຕາມ.” ພະນັກງານ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກວ໋າງນິງ ປຶກສາຫາລືເພື່ອຂຶ້ນແຜນໃຊ້ທົດລອງ App ຄຸ້ມຄອງກຳປັ່ນຫາປາ. ພາບ:Trường Giang/VOV ປະຈຸບັນ ແຂວງ ກວ໋າງນິງ ມີກຳປັ່ນຫາປາ ກວ່າ 6000 ລຳ, ໃນນັ້ນ 4.500 ລຳ ມີລວງຍາວສຸດແມ່ນ 6 ແມັດຂຶ້ນໄປ. ພ້ອມກັບການທົດລອງ App ສະເພາະ, ກວ໋າງນິງ ພວມຮີບເຮັ່ງສຳຫລວດກວດກາເພື່ອຮັບປະກັນ 100% ກຳປັ່ນຫາປາໄດ້ຈົດທະບຽນ, ກວດກາເຕັກນິກ, ຂໍຫນັງສືອະນຸຍາດໄປຫາປາຕາມການກຳນົດຜ່ານລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ(VNFishbase). ຕາມ ອ້າຍລືວວັນຢູຍ, ເລຂາຫ້ອງການຜູ້ຕາງຫນ້າການກວດກາ ອາຊີບຫາປາ ທ່າກຳປັ່ນ ກາຍຣົ່ງ ໃຫ້ຮູ້ວ່າ:  “ລະບົບຕິດຕາມກຳປັ່ນຫາປາ ແມ່ນປະກອບສ່ວນສະກັດກັ້ນ ແລະ ມີຄຳເຕືອນບັນດາເຈົ້າຂອງກຳປັ່ນທີ່ພວມເຄື່ອນໄຫວໃກ້ກັບຂີດແບ່ງເຂດທະເລເພື່ອຫລີກລ້ຽງການລ່ວງລ້ຳເຂດທະເລຕ່າງປະເທດ ພ້ອມທັງພົບເຫັນກໍລະນີຊາວປະມົງລະເມີດຢ່າງທັນການ. ໃນເດືອນ ເມສາປີ 2023, ຂະແຫນງສິນໃນນ້ຳ ແຂວງ ກວ໋າງນິງ ຈະດຳເນີນການກວດກາວຽກງານສຳຫລວດ, ອັບເດດຂໍ້ມູນກຳປັ່ນຜ່ານລະບົບແຫ່ງຊາດ. ທ່ານ ທ່ຽວວັນແທ່ງ, ຮອງຫົວຫນ້າກົມສິນໃນນ້ຳ ສາຂາ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:  “ພວກຂ້າພະເຈົ້າ ປາດຖະຫນາວ່າ ເມື່ອນຳໃຊ້ App ເຕັກໂນໂລຊີ ນີ້ເຂົ້າໃນການຄຸ້ມຄອງກຳປັ່ນຫາປາ ຈະຫລຸດຜ່ອນລະບຽບການດ້ານບໍລິຫານ ຊື່ງກໍ່ຄວາມຫຍຸ້ງຍາກຕໍ່ປະຊາຊົນ, ພະນັກງານຄຸ້ມຄອງຫລຸດຜ່ອນຫລາຍຂັ້ນຕອນ ແລະ ອີກຢ່າງຫນຶ່ງແມ່ນຫນູນຊ່ວຍຊາວປະມົງໃນວິວັດການຂຸດຄົ້ນ” ດ້ວຍບັນດາມາດຕະການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດິຈີຕອນໃນວຽກງານຄຸ້ມຄອງ, ແຂວງ ກວ໋າງນິງ  ຕັ້ງຄວາມຫວັງ ຈະແກ້ໄຂໄດ້ຄວາມຫຍຸ້ງຍາກໃນການຄວບຄຸມກຳປັ່ນຫາປາ ແລະ ປະລິມານສິນທະເລທີ່ຂຸດຄົ້ນມາໄດ້. ເລື່ອງຕິດຕາມ, ຄຸ້ມຄອງການເຄື່ອນໄຫວຫາປາຂອງ 100% ກຳປັ່ນ ບໍ່ພຽງແຕ່ຊ່ວຍຍົກສູງປະສິດທິຜົນການຄຸ້ມຄອງຂອງລັດກ່ຽວກັບການຂຸດຄົ້ນສິນທະເລ, ຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ IUU ເທົ່ານັ້ນ ຫາກຍັງຮັບໃຊ້ການວາງແຜນກຳນົດຍຸດທະສາດ ແລະ ແຜນການພັດທະນາສິນທະເລໃນບໍລິເວນ ແຂວງ ກວ໋າງນິງ ໃນໄລຍະຍາວນຳອີກ. ສິ່ງດັ່ງກ່າວກໍ່ປະກອບສ່ວນຊຸກຍູ້ການຜະລິດບັນດາຜະລິດຕະພັນເຕັກໂນໂລຊີ ດິຈີຕອນ Make in VietNam ເຊິ່ງເຄີຍຫນູນຊ່ວຍ, ຊຸກຍູ້ການພັດທະນາ ອາຊີບຫາປາ ຂອງຫວຽດນາມ .
TAG
VOV/VOVworld/ຄວບຄຸມກຳປັ່ນຫາປາ/ສິນທະເລ