VOV WorldVOV World
ນະ​ຄອນ ໂຮ່​ຈ​ີ​ມິນ ໝູນ​ໃຊ້​ການ​ຫັນ​ເປັນ​ດິ​ຈີ​ຕອນ ໃນ​ວຽກ​ງານກວດ ແລະ ປິ່ນ​ປົວ​ພະ​ຍາດ
23/09/2023 05:48
(VOVWORLD) - ໂດຍປະຕິບັດແຜນຮ່າງຫັນເປັນດີຈີຕອນຢ່າງແຮງຂອງລັດຖະບານ, ປີນີ້, ນະຄອນໂຮ່ຈີມິນ ວາງຄາດໝາຍເລີ່ມເຄື່ອນໄຫວ 2 ກິດຈະກຳຈຸດສຸມໃນການຫັນເປັນດິຈີຕອນຂອງຂະແໜງສາທາລະນະສຸກນະຄອນ ນັ້ນແມ່ນ: ສ້າງເອກະສານບັນທຶກສຸຂະພາບເອເລັກໂຕນິກ ໃຫ້ແກ່ປະຊາຊົນ ແລະ ສ້າງສາງຖານຂໍ້ມູນຮ່ວມໃຫ້ແກ່ຂະແໜງສາທາລະນະສຸກ. ມີຫຼາຍໆຮູບແບບ ແລະ ຈຸດເດັ່ນໃນການຫັນເປັນດິຈີຕອນໃນຂົງເຂດນີ້ ໄດ້ ແລະ ພວມນໍາເອົາຜົນປະໂຫຍດມາສູ່ປະຊາຊົນ.
ນະ​ຄອນ ໂຮ່​ຈ​ີ​ມິນ ໝູນ​ໃຊ້​ການ​ຫັນ​ເປັນ​ດິ​ຈີ​ຕອນ ໃນ​ວຽກ​ງານກວດ ແລະ ປິ່ນ​ປົວ​ພະ​ຍາດ
ປະຊາຊົນມີຄວາມສະດວກເມື່ອມາປິ່ນປົວຢູ່ໂຮງໝໍ  ນາງ ຫງວຽນທິບິກທູ, ເມືອງ ກໍ່ເວີບ, ນະຄອນ ໂຮ່ຈີມິນ ໄດ້ມາກວດພະຍາດຢູ່ໂຮງໝໍປະຊາຊົນ ຢາດິ້ງ, ໂດຍໄດ້ຮັບການແນະນຳຈາກພະນັກງານແພດໝໍເພື່ອສະແກນລາຍນີ້ວມື, ລົງທະບຽນດ້ວຍ kios, ກວດກາຂໍ້ມູນສ່ວນຕົວ ແລະ ບັດປະກັນສຸຂະພາບ.  ຫລັງຈາກນັ້ນ ນາງທູ ໄດ້ເລືອກເອົາພະແນກສະເພາະທາງ, ເລືອກຫ້ອງກວດ ແລະ ຮັບເລກລຳດັບຄິວ. ທຸກຂັ້ນຕອນແມ່ນເຮັດງ່າຍດາຍ ແລະ ໄວ, ສະນັ້ນ ນາງທູ ຮູ້ສຶກເພິ່ງພໍໃຈຫຼາຍ. ນາງ ຫງວຽນທິບິກທູ ແບ່ງປັນວ່າ:  
TAG
VOV/VOVworld/ດີ​ຈີ​ຕອນ/​ການ​ປິ່ນ​ປົວພະ​ຍາດ