ປະຊາຊົນບັນດາເຜົ່າຢູ່ເຂດພູພຽງຫີນ ດົ່ງວັນ ຫລຸດພົ້ນອອກຈາກຄວາມທຸກຍາກດ້ວຍການເຮັດບໍລິການທ່ອງທ່ຽວ
31/03/2024 05:00
(VOVWORLD) -ໃນຊຸມປີຜ່ານມາ, ແຂວງ ຮ່າຢາງ ໄດ້ສຸມໃສ່ພັດທະນາການທ່ອງທ່ຽວ, ພິເສດ ແມ່ນ ຢູ່ 4 ເມືອງ ຂຶ້ນກັບເຂດພູພຽງຫີນ ດົ່ງວັນ (ກວ໋ານບະ, ອຽນມິງ, ແມ່ວວາກ, ດົ່ງວັນ). ຮູບແບບທ່ອງທ່ຽວ homestay ໄດ້ຊ່ວຍໃຫ້ຊາວຊົນເຜົ່າຢູ່ທີ່ນີ້ພັດທະນາການຜະລິດ ແລະ ອະນຸລັກຮັກສາຄຸນຄ່າວັດທະນະທຳທີ່ເປັນເອກະລັກຂອງຕົນ.

ບ້ານທ່ອງທ່ຽວຊຸມຊົນ ໂລໂລຈ໋າຍ. ພາບ: baodantoc.vn ຢູ່ໃນສວນທໍລະນີສາດທົ່ວໂລກເຂດພູພຽງຫີນ ດົ່ງວັນ ມີບັນດາໝູ່ບ້ານເຮັດການບໍລິການທ່ອງທ່ຽວຊຸມຊົນທີ່ມີຊື່ສຽງຄື: ໝູ່ບ້ານ ນ້ຳດຳ (ເມືອງ ກວ໋ານບະ), ໝູ່ບ້ານເຮິມົງ ປ໋າວີ(ເມືອງ ແມ່ວວາກ), ໝູ່ບ້ານ ໂລໂລຈ໋າຍ (ເມືອງ ດົ່ງວັນ), ໝູ່ບ້ານ ຫລູງເກີ໋ມ ເມືອງ ດົ່ງວັນ, ຄຸ້ມຖະຫນົນເກົ່າ ດົ່ງວັນ.. ພໍ່ແມ່ປະຊາຊົນຊາວເຜົ່າຢ້າວ ຢູ່ໝູ່ບ້ານເຮັດການບໍລິການທ່ອງທ່ຽວຊຸມຊົນ ນ້ຳດຳ ເມືອງ ກວ໋ານບະ ເລີ່ມເຮັດບໍລິການທ່ອງທ່ຽວກ່ອນນີ້ 10 ປີ, ໂດຍໄດ້ຮັບການຊ່ວຍເຫລືອຈາກອຳນາດການປົກຄອງທ້ອງຖິ່ນ, ແຫລ່ງທຶນຫນູນຊ່ວຍຈາກລັດ...ບັນດາເຮືອນຮ້ານຢູ່ບ້ານ ນ້ຳດຳ ໄດ້ຄ່ອຍໆມີໂສມຫນ້າໃຫມ່ຕາມການເວລາ.
TAG
VOV/VOVworld/ເສດຖະກິດປາຍແຫລມ/ຮ່າຢາງ/ອະນຸລັກຮັກສາ/ທ່ອງທ່ຽວຊຸມຊົນ
Related








