ຟື້ນຟູບັນດາພາບສິລະປະກຳທີ່ລື່ຊື່ຢູ່ຫວຽດນາມ
20/07/2015 10:44
ໃນຈຳນວນຜະລິດຕະພັນວິຈິດຕະກຳນັບພັນຢ່າງທີ່ພວມນຳມາວາງສະແດງຢູ່ຫໍພິພິທະພັນວິຈິດສິນຫວຽດນາມນັ້ນ, ມີພາບແຕ້ມບໍ່ໜ້ອຍຖືກເປ່ເພ ຊຶ່ງຕ້ອງການຟື້ນຟູ

ໃນຈຳນວນຜະລິດຕະພັນວິຈິດຕະກຳນັບພັນຢ່າງທີ່ພວມນຳມາວາງສະແດງຢູ່ຫໍພິພິທະພັນວິຈິດສິນຫວຽດນາມນັ້ນ, ມີພາບແຕ້ມບໍ່ໜ້ອຍຖືກເປ່ເພ ຊຶ່ງຕ້ອງການຟື້ນຟູ. ໃນມໍ່ໆມານີ້, ພາບຂັດມັນ “ແມ່ ແລະ ລູກ” ຂອງນັກຈິດຈະກອນ ເລທິກິມແບກ ແລະ “ເຫຼົ້າໄຫ” ຂອງນັກຈິດຈະກອນ ກາເຄຊາມ ຖືກເປ່ເພຍ້ອນເງື່ອນໄຂດິນຟ້າອາກາດທີ່ບໍ່ດີ ໄດ້ຮັບການຟື້ນຟູຢ່າງສຳເລັດຜົນ. ພາບຂັດມັນ “ແມ່ ແລະ ລູກ” ຂອງນັກຈິດຈະກອນ ເລທິກິມແບກ ສຳລັບພາບຂັດມັນ “ແມ່ ແລະ ລູກ” ຂອງນັກຈິດຈະກອນ ເລທິກິມແບກ ແລະ “ເຫຼົ້າໄຫ” ຂອງນັກຈິດຈະກອນ ກາເຄຊາມນັ້ນ, ຊັ້ນນອກຂອງພາບລ້ວນແຕ່ຖືກລອກອອກ, ຕ້ອງໄດ້ຮັບການຟື້ນຟູ ແລະ ທຳຄວາມສະອາດ. ຍ້ອນເຕັກນິກການແຕ້ມທີ່ແຕກຕ່າງກັນ, ດັ່ງນັ້ນ ການຟື້ນຟູພາບສິລະປະກຳ 2 ແຜ່ນນີ້ ໄດຮັບການປະຕິບັດ ດ້ວຍ 2 ວິທີ ແລະ ໃຊ້ວັດຖຸຕ່າງກັນ. ໃນການຟື້ນຟູ, ບັນດາຜູ້ຊ່ຽວຊານຂອງເຢັຍລະມັນ ແລະ ຫວຽດນາມໄດ້ເປີດຊຸດອົບຮົມຫຼາຍຊຸດເພື່ອຕີລາຄາ, ຖອດຖອນບົດຮຽນກ່ຽວກັບວິທີບູລະນະ ແລະ ດຳເນີນການຟື້ນຟູພາບສິລະປະກຳ ບາງແຜ່ນ. ນີ້ແມ່ນໝາກຜົນແຫ່ງການຮ່ວມມືລະຫວ່າງຫໍພິພິທະພັນວິຈິດສິນຫວຽດນາມ ແລະ ມະຫາວິທະຍາໄລວິຈິດສິນ Dresden ເຢັຍລະມັນ. ການຟື້ນຟູພາບຂັດມັນ “ແມ່ ແລະ ລູກ” ແລະ “ເຫຼົ້າໄຫ” ກໍໄດ້ຮັບການຊ່ວຍເຫຼືອຈາກບັນດາຜູ້ແຕ້ມ ເພື່ອຮັບປະກັນຮັກສາວິນຍານໃຫ້ພາບແຕ້ມ. ທ່ານເຈິນຕ້ຽນຢຸງ ຜູ້ອຳນວຍການສູນອະນຸລັກຮັກສາ, ຟື້ນຟູບັນດາຜະລິດຕະພັນວິຈິດຕະກຳ, ຫໍພິພິທະພັນວິຈິດສິນຫວຽດນາມ ໃຫ້ຮູ້ວ່າ ຈຳນວນຜະລິດຕະພັນວິຈິດຕະກຳ ທີ່ໄດ້ຮັບການຟື້ນຟູແມ່ນຍັງໜ້ອຍເກີນໄປ ແລະ ລ້ວນແຕ່ຂຶ້ນກັບການແບ່ງປັນບົດຮຽນ ແລະ ໜູນຊ່ວຍຈາກບັນດາຜູ້ຊ່ຽວຊານຕ່າງປະເທດ. ທ່ານເຈິນຕ້ຽນຢຸງ ຜູ້ອຳນວຍການສູນອະນຸລັກຮັກສາ, ຟື້ນຟູບັນດາຜະລິດຕະພັນວິຈິດຕະກຳ, ຫໍພິພິທະພັນວິຈິດສິນຫວຽດນາມ ເວົ້າວ່າ : “ກ່ອນນີ້, ເມື່ອຍັງບໍ່ທັນໄດ້ດຳເນີນບັນດາຊຸດອົບຮົມ, ເຮັດວຽກກັບຜູ້ຊ່ຽວຊານຕ່າງປະເທດນັ້ນ, ພາບສິລະປະກຳສ່ວນຫຼາຍທີ່ຊັ້ນນອກຂອງມັນຖືກລອກອອກນັ້ນ, ການແກ້ໄຂແມ່ນບໍ່ສາມາດປະຕິບັດໄດ້ ຍ້ອນບໍ່ມີປະສົບການ. ທີ່ 2 , ທາງດ້ານວັດຖຸກໍຄືເຄື່ອງອຸປະກອນຮັບໃຊ້ການຟື້ນຟູກໍບໍ່ມີ. ເພາະສະນັ້ນ, ເມື່ອໄດ້ມີເຕັກນິກທີ່ກ້າວໜ້າພ້ອມກັບເຄື່ອງອຸປະກອນທີ່ທັນສະໄໝ, ພວກຂ້າພະເຈົ້າກໍໄດ້ນຳໃຊ້ ແລະ ຟື້ນຟູພາບສິລະປະເປັນຢ່າງດີ ” ພາບສິລະປະກຳແຕ່ລະແຜ່ນທີ່ໄດ້ຮັບການຟື້ນຟູສຳເລັດ ກໍແມ່ນຂ່າວດີຂ່າວມ່ວນສຳລັບພື້ນຖານວິຈິດຕະກຳຫວຽດນາມ. ແຕ່ຈຳນວນພາບສິລະປະກຳທີ່ ພວມລໍຖ້າຟື້ນຟູ ແມ່ນຍັງຫຼາຍເກີນໄປ. ທ່ານນາງ Marina Langner ຜູ້ຊ່ຽວຊານດ້ານການຟື້ນຟູຜະລິດຕະພັນວິຈິດຕະກຳສັງກັດ ມະຫາວິທະຍາໄລວິຈິດສິນ Dresden ຖືວ່າ ການຟື້ນຟູທີ່ດີຕ້ອງໄປຄຽງຄູ່ກັບການອະນຸລັກຮັກສາເປັນຢ່າງດີ. ເພື່ອເຮັດ 2 ສິ່ງດັ່ງກ່າວໃຫ້ສົມບູນແບບນັ້ນ, ຕ້ອງກໍ່ສ້າງສູນຟື້ນຟູສະເພາະເພື່ອມີສິ່ງແວດລ້ອມປົກກະຕິທາງດ້ານອຸ່ນຫະພູມ, ຄວາມຊຸ່ມ. ເຮັດໄດ້ເຊັ່ນນັ້ນ, ບັນດາ ຜະລິດຕະພັນວິຈິດຕະກຳທີ່ໄດ້ຮັບການຟື້ນຟູຈະສາມາດຮັກສາຄຸນນະພາບທົນທານ. ທ່ານນາງ Marina Langner ຜູ້ຊ່ຽວຊານດ້ານການຟື້ນຟູຜະລິດຕະພັນວິຈິດຕະກຳສັງກັດ ມະຫາວິທະຍາໄລວິຈິດສິນ Dresden ເວົ້າວ່າ : “ ສຳລັບການລົງທຶນດ້ານການເງິນ, ບາງຄັ້ງກໍບໍ່ສັບສົນ, ຍົກຕົວຢ່າງ ເມື່ອຟື້ນຟູ ຜະລິດຕະພັນວິຈິດຕະກຳໃດໜຶ່ງ, ກໍຕ້ອງຊື້ກ້ອງຈຸລະທັດເອເລັກໂຕນິກຊະນິດດີກ້ອງໜຶ່ງ. ບັນດາເພື່ອນຮ່ວມອາຊີບຫວຽດນາມເມື່ອໄປຮຽນຢູ່ເຢຍລະມັນ, ເຂົາເຈົ້າເຫັນວ່າ ຄວນມີກ້ອງຈຸລະທັດເອເລັກໂຕນິກຊະນິດດີ ຈຶ່ງສາມາເປະຕິບັດວຽກງານໄດ້ ” ສຳລັບບັນດາຜູ້ຊ່ຽວຊານຢູ່ພາຍໃນປະເທດແລ້ວ, ວຽກງານຟື້ນຟູພາບສິລະປະກຳ ແມ່ນສິ່ງທ້າທາຍຢ່າງໃຫຍ່ຫຼວງ. ຈາກສະພາບຕົວຈິງຂອງວຽກງານອະນຸລັກຮັກສາບັນດາກິດຈະກຳ, ຜະລິດຕະພັນວິຈິດຕະກຳຢູ່ ເຫ້ວ, ທ່ານ ຟານແທງບີງ, ອະທິການບໍດີ ມະຫະວິທະຍາໄລສິລະປະກຳ ເຫ້ວ ໃຫ້ຮູ້ວ່າ : “ ມາຮອດປະຈຸບັນ, ຂ້າພະເຈົ້າເຫັນວ່າ ຍິ່ງຄົ້ນຄ້ວາຢ່າງເລິກເຊິ່ງ ແລະ ເຂົ້າຮ່ວມບັນດາໂຄງການຟື້ນຟູຜະລິດຕະພັນວິຈິດຕະກຳ ຈຶ່ງເຫັນວ່າ ນີ້ແມ່ນວຽກງານທີ່ຫຍຸ້ງຍາກທີ່ສຸດ. ຖ້າຫາກຢູ່ຫວຽດນາມ, ຂະແໜງນີ້ໄດ້ຮັບການສ້າງຕັ້ງ ກໍແມ່ນຄວາມຈຳເປັນຕໍ່ການອະນຸລັກຮັກສາບັນດາມໍລະດົກວັດທະນະທຳຫວຽດນາມ ເວົ້າລວມ ແລະ ມໍລະດົກວິຈິດຕະກຳເວົ້າສະເພາະ. ເຫ້ວ ແມ່ນສູນກາງຂອງມໍລະດົກວັດທະນະທຳ, ໄດ້ຮັບການຮັບຮອງຈາກອົງການ UNESCO , ເມື່ອພວກຂ້າພະເຈົ້າສ້າງຕັ້ງຂະແໜງນີ້ ກໍມີຄວາມຈຳເປັນທີ່ສຸດໃນອະນາຄົດ ” ຜົນສຳເລັດຈາກການຟື້ນຟູພາບຂັດມັນ “ແມ່ ແລະ ລູກ” ຂອງນັກຈິດຈະກອນ ເລທິກິມແບກ ແລະ “ເຫຼົ້າໄຫ” ຂອງນັກຈິດຈະກອນ ກາເຄຊາມ ແມ່ນການກະກຽມທີ່ມີລັກສະນະຍາວນານ ແນໃສ່ກໍ່ສ້າງຖັນແຖວພະນັກງານເຮັດວຽກງານບູລະນະຟື້ນຟູ ຜະລິດຕະພັນວິຈິດຕະກຳ ໃຫ້ແກ່ຫໍພິພິທະພັນ, ມຸ່ງໄປສູ່ການກໍ່ສ້າງ ແລະ ພັດທະນາສູນອະນຸລັກຮັກສາ, ບູລະນະຟື້ນຟູຜະລິດຕະພັນວິຈິດຕະກຳຂອງຫໍພິພິທະພັນກາຍເປັນສູນແຫ່ງຊາດກ່ຽວກັບການອະນຸລັກຮັກສາ, ບູລະນະ,ຟື້ນຟູຜະລິດຕະພັນວິຈິດຕະກຳ.
TAG
vovworld/ພາບຂັດມັດ
Related
More








