“ ໂຕ້ນື້ເຢີນກາ”, ລະຄອນແຈວບົນເວທີສະແດງທັນສະໄໝ
06/07/2015 06:03
ລາຍການສິລະປະ “ ໂຕ້ນື້ເຢີນກາ” ແມ່ນການຂັບແຂວບູຮານ ໂດຍບັນດານັກຮ້ອງສຽງດີຂອງປະເພດສິລະປະນີ້ສະແດງ. ນີ້ແມ່ນການປະສານສົມທົບລະຫວ່າງດ້ານຈິດຕະກຳ ແລະ ດົນຕີຊຶ່ງຫາກໍຖືກຈັດຂຶ້ນຢູ່ຮ່າໂນ້ຍ

ລາຍການສິລະປະ “ ໂຕ້ນື້ເຢີນກາ” ແມ່ນການຂັບແຂວບູຮານ ໂດຍບັນດານັກຮ້ອງສຽງດີຂອງປະເພດສິລະປະນີ້ສະແດງ. ນີ້ແມ່ນການປະສານສົມທົບລະຫວ່າງດ້ານຈິດຕະກຳ ແລະ ດົນຕີຊຶ່ງຫາກໍຖືກຈັດຂຶ້ນຢູ່ຮ່າໂນ້ຍ. ລະຄອນແຈວເລື່ອງໜຶ່ງໄດ້ສະແດງບົນເວທີສະແດງແບບທັນສະໄໝ, ໄດ້ຮັບການປະດັບປະດາຈາກຈິດຕະກອນຍຸກປະຈຸບັນມີຄວາມຮັກ ແລະ ເຄົາລົບບັນດາຄຸນຄ່າທີ່ເປັນມູນເຊື້ອ. ບັນດານັກສິລະປິນຂັບແຈວບູຮານ ຄັດສະເໜີຕອນໜຶ່ງໃນລະຄອນແຈວ “ຊີ້ເວີນ ທຳທ່າໂງ່ຈ້າ” ໄດ້ເວົ້າເຖິງນາງສາວຄົນໜຶ່ງທີ່ມີຊື່ວ່າ : ຊີ້ເວີນ. ຄັດສະເໜີຕອນໜຶ່ງໃນລະຄອນແຈວເລື່ອງນີ້ ໄດ້ເຮັດໃຫ້ສະພາບຄວາມເຈັບໃຈຂອງ ຊີ້ເວີນ ຊຶ່ງແມ່ນນາງສາວມີຄວາມຮັກກັບຫຼາຍຄົນ ແຕ່ຖືກອົກຮັກ, ຢາກລົບລ້າງທຳລາຍສາຍພົວພັນເປັນຄູ່ຜົວເມຍເພື່ອສະແຫວງຫາຄວາມຮັກໃໝ່. ລາຍການສິລະປະ “ ໂຕ້ນື້ເຢີນກາ” ແມ່ນເລີີ່ມມາຈາກບັນດາພາບແຕ້ມພື້ນເມືອງດ້ວຍເຈ້ຍສາຂອງຈິດຕະກອນ ຫຼີຈຶກເຊີນ ຊຶ່ງພວມວາງສະແດງຢູ່ສູນວັດທະນະທຳຝະລັ່ງ, ຮ່າໂນ້ຍ. ໂດຍແມ່ນຜູ້ຮັບຜິດຊອບບົດບາດປະດັບປະດາ, ຈັດວາງບົນເວທີສະແດງ, ຈິດຕະກອນ ຫຼີຈຶກເຊີນ ໃຫ້ຮູ້ວ່າ : ບັນດາພາບແຕ້ມສິລະປະ ຂອງທ່ານເພື່ອປະດັບປະດາບົນເວທີສະແດງ ກໍເປັນການປະກອບສ່ວນໃຫ້ລາຍການສະແດງ ແລະ ມັນໄດ້ຮັບການປະດິດຄິດສ້າງພຽງໃນເວລາສັ້ນໆ, ກ່ອນທີ່ຈະເປີດສາກເວທີສະແດງ. ຈິດຕະກອນ ຫຼີຈຶກເຊີນ ໃຫ້ຮູ້ວ່າ: “ ເມື່ອເຮົາແຕ້ມ, ກໍບໍ່ມີເຈດຈຳນົງກ່ອນ, ເມື່ອແຕ້ມໄດ້ວາດໜຶ່ງ, ໃນທັນທີ່ຈະຄຶດອອກແຕ້ມວາດອື່ນໆ. ເຮົາລໍຖ້າຮອດເວລາສາກລະຄອນຖືກຕັ້ງຂຶ້ນນັ້ນ, ເຮົາຈຶ່ງມີແນວຄວາມຄິດ. ໝາຍຄວາມວ່າເມື່ອມີເຫດການ, ຄົນເຮົາຈຶ່ງທຳການສະແດງບົນເວທີ. ” ໃນລາຍການສິລະປະ “ ໂຕ້ນື້ເຢີນກາ”, ບັນດານັກສິລະປີນໄດ້ສະແດງຄວາມງາມຂອງສຽງຂັບແຈວ, ຢາກຝາກຝັງບັນດາຄຸນຄ່າວັດທະນະທຳທີ່ມີມາແຕ່ດົນນານຂອງປູຍ່າຕາຍາຍໃຫ້ແກ່ຜູ້ຟັງ. ລາຍການສິລະປະ “ ໂຕ້ນື້ເຢີນກາ” ແມ່ນການປະສານສົມທົບລະຫວ່າງດ້ານດົນຕີ ແລະ ຈິດຕະກຳ, ໂດຍມີການເຂົ້າຮ່ວມຂອງບັນດານັກສິລະປິນທີ່ມີຊື່ສຽງໃນພື້ນຖານສິລະປະຂັບແຈວຂອງຫວຽດນາມຄື : ສິລະປິນປະຊາຊົນ ແທງຮ່ວາຍ, ສິລະປິນດີເດັ່ນ ແທງບີງ ພ້ອມກັບບັນດານັກສິລະປິນ: ຖີເງີ່ນ, ແມ້ງຟ້ອງ, ເຈີນທິ້ງ, ວູ້ງອກ…ບໍ່ເຊັ່ນດຽວກັນກັບວິທີການສະແດງບົນເວທີສຳລັບລະຄອນແຈວທັງເລື່ອງ, ກໍບໍ່ມີໂທລະໂຄງ, ບໍ່ມີ Micro ຫຼືປະສານກັບດົນຕີ ເອລິກໂຕນິກ. ນັກສິລະປິນປະຊາຊົນ ແທງຮ່ວາຍ ໃຫ້ຮູ້ວ່າ : “ ລາຍການສິລະປະນີ້ແມ່ນແຕກຕ່າງກັບລາຍການອື່ນໆ. ສະເພາະແບບວິທີການສະແດງນີ້ ແມ່ນເອີ້ນວ່າ “ ໂຕ້ນື້ເຢີນກາ” , ດັ່ງນັ້ນ ເຮົາຂັບຮ້ອງທຸກສິ່ງທີ່ເປັນເລື່ອງບູຮານ. ພວກຂ້າພະເຈົ້າພຽງແຕ່ຄັດສະເໜີສ່ວນໃດສ່ວນໜຶ່ງທີ່ພິເສດ, ຍົກຕົວຢ່າງຄື : ຊີ້ເວີນ ແມ່ນພຽງແຕ່ເອົາຮູບພາບການຕ່ຳຫູກທໍໄໝ” ຊຶ່ງແມ່ນບັນດາຮູບພາບທີ່ເປັນຈຸດສູງ” ທ່ານ ດາມກວາງມິນ ຜູ້ມີແນວຄວາມຄິດສ້າງລາຍການໃຫ້ຮູ້ວ່າ : ລາຍການສິລະປະ ຖືກຈັດວາງເພື່ອຍົກລະດັບຄວາມປານີດ ແລະ ໂຄງປະກອບໃຫ້ມີຊີວິດຊີວາກວ່າເກົ່າ, ແທດເໝາະກັບຜູ້ຊົມໃນວັນນີ້. ຍິ່ງກວ່າໃຜໝົດ, ລາຍການສິລະປະ “ ໂຕ້ນື້ເຢີນກາ” ແມ່ນເລື່ອງລາວຂອງສິລະປະຂັບແຈວ, ໄດ້ຮັບການເຊີດຊູດ້ວຍຄວາມຮັກສິ່ງທີ່ດີງາມຂອງຈິດຕະກອນຍຸກປະຈຸບັນ. ນີ້ແມ່ນວິທີສະແດງຄວາມຮູ້ບຸນຄຸນຂອງ ຈິດຕະກອນ ຫຼີຈຶກເຊີນທີ່ມີຕໍ່ສິລະປະຂັບແຈວ . ທ່ານ ດາມກວາງມິນ ເວົ້າວ່າ : “ ດົນຕີ ແລະ ຈິດຕະກຳຈະສ້າງເປັນເວທີສະແດງທີ່ແຕກຕ່າງ, ດ້ວຍສີສັນ, ວິທີການສະແດງທີ່ແຕກຕ່າງ , ທັງເຄົາລົບນັບຖືຄວາມເກົ່າແກ່, ທັງນຳເຂົ້າບັນດາປັດໄຈທີ່ມີຫົວຄິດປະດິດສ້າງຂອງສ່ວນບຸກຄົນກ່ຽວກັບຂົງເຂດຈິດຕະກຳໃນວັນນີ້ ” ກໍເຊັ່ນດຽວກັນກັບຄວາມສຳນຶກຂອງນັກສິລະປິນຫຼາຍຄົນທີ່ຕິດພັນກັບສິລະປະຂັບແຈວບູຮານໃນຕະຫຼອດຊີວິດ, ສິລະປິນດີເດັ່ນ ແທງບີງ ຫວັງວ່າ : ລາຍການສິລະປະ “ ໂຕ້ນື້ເຢີນກາ” ປະກອບສ່ວນແນະນຳຊັບສິ່ງຂອງທີ່ມີມາແຕ່ດົນນານໃຫ້ແກ່ໄວໜຸ່ມ. ສິລະປິນດີເດັ່ນ ແທງບີງ ເວົ້າວ່າ : “ ໃນກຸ່ມນັກສິລະປິນພວກຂ້າພະເຈົ້າ, ສ່ວນຫຼວງຫຼາຍແມ່ນບັນດາຜູ້ທີ່ໄດ້ຕິດພັນກັບສິລະປະໃນຕະຫຼອດຊີວິດ. ດັ່ງນັ້ນ, ພວກຂ້າພະເຈົ້າມີຄວາມຫວັງຢາກອະນຸລັກຮັກສາພື້ນຖານສິລະປະພື້ນເມືອງ ແລະ ເຮັດແນວໃດເພື່ອໃຫ້ໄວໜຸ່ມປະຈຸບັນຢາປີນຫຼັງໃສ່ສິລະປະພື້ນເມືອງ ” ພາຍຫຼັງລາຍການສິລະປະ “ ໂຕ້ນື້ເຢີນກາ”, ຍັງຈະມີລາຍການປະສານສົມທົບລະຫວ່າງກາບກອນ ແລະ ດົນຕີດ້ວຍຫົວຂໍ້ “ສຽງກອມລູກຄຽງຂ້າງໄມ້ໄຜ່ຂຽວ” ຊຶ່ງຄາດວ່າຈະຖືກຈັດຂຶ້ນໃນທ້າຍປີ 2015. ເຖິງວ່າ ຈະໃຊ້ວິທີປະສານສົມທົບຄືແນວໃດກໍຕາມ, ບັນດານັກສິລະປິນເຫຼົ່ານັ້ນ ຍັງຄົງເມົາມົວ ແລະ ມີຄວາມຮັກກັບສິລະປະດົນຕີພື້ນເມືອງຢ່າງແຂງແຮງ .
TAG
vov/vovworld/ຂັບແຈວ/ສິລະປະ
Related
More








