ພະລັງຊີວິດຈາກສິລະປະຂັບເກືອດິງ
12/10/2015 10:07
ໂດຍຕິດພັນກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງບັນດາໝູ່ບ້ານເຂດແຄມທະເລ ແລະ ເມືອງເກາະຂອງແຂວງກວາງນິງ, ຂັບຍາເຕີ ຫຼື ຂັບເກືອດິງ (ໝາຍເຖິງການສະແດງຟ້ອນລຳທຳເພງຢູ່ເດີນສາລາຂອງໝູ່ບ້ານ)

ໂດຍຕິດພັນກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງບັນດາໝູ່ບ້ານເຂດແຄມທະເລ ແລະ ເມືອງເກາະຂອງແຂວງກວາງນິງ, ຂັບຍາເຕີ ຫຼື ຂັບເກືອດິງ (ໝາຍເຖິງການສະແດງຟ້ອນລຳທຳເພງຢູ່ເດີນສາລາຂອງໝູ່ບ້ານ) ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມ ທີ່ຍັງຄົງໄດ້ຮັບການຮັກສາໄວ້ຈົນຮອດວັນນີ້. ປະເພດສິລະປະພື້ນເມືອງນີ້ ຫາກໍໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມວ່າ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ. ຂັບເກືອດິງຫຼືເອີ້ນວ່າ ຂັບຍ່າເຕີ ຂັບເກືອດິງຫຼືເອີ້ນວ່າ ຂັບຍ່າເຕີຢູ່ແຂວງກວາງນິງ ເຄີຍຖືກສະແດງໃນໂອກາດງານບຸນຍາມຕົ້ນລະດູບານໃໝ່ຢູ່ສາລາຂອງໝູ່ບ້ານ ເພື່ອແນໃສ່ເຊີດຊູບັນດາເຈົ້າຖິ່ນ, ເຈົ້າຖານ, ນັກວິລະຊົນແຫ່ງຊາດທີ່ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພາວະນາໃຫ້ເຈົ້າຖິ່ນເຈົ້າຖານຊ່ວຍປະຊາຊົນມີສຸຂະພາບເຂັ້ມແຂງ, ລະດູການຜະລິດໄດ້ຮັບຜົນດີ. ຂັບເກືອດິງຊຶ່ງແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງ ໃນປະຈຸບັນຍັງປະກົດມີຢູ່ຕາມຕາແສງແຄມທະເລທີ່ຂຶ້ນກັບເມືອງເວີນດົນ, ຫາຍຮ່າ, ຕຽນອຽນ, ພິເສດແມ່ນຢູ່ 2 ຕາແສງເຂດຊາຍແດນຄື : ຫວ້ານນິງ ແລະ ກວາງເງ້ຍທີ່ນະຄອນມ້ອງກ້າຍ. ທ່ານ ຫງວຽນກວາງວິງ ປະທານສະມາຄົມສິລະປະວັນນະຄະດີພື້ນເມືອງແຂວງກວາງນິງໃຫ້ຮູ້ວ່າ : “ຂັບເກືອດິງໄດ້ເລີ່ມປະກົດຕົວນັບແຕ່ສະຕະວັດທີ 13, ໝາຍຄວາມວ່າ ພາຍຫຼັງທີ່ ຫຼີເທື່ອງກຽດ ລະດົມກຳລັງຈາກພາກກາງມາເຕົ້າໂຮມພົນທະຫານຢູ່ແຫ່ງນີ້, ແລ້ວຈຶ່ງປະກົດມີປະເພດສິລະປະນີ້. ໄລຍະຕໍ່ມາ, ປະຊາຊົນຢູ່ແຫ່ງນີ້ໄດ້ກໍ່ຕັ້ງສາລາ, ວິຫານບູຊາ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ມີ່ຄຸນງາມຄວາມດີຕໍ່ປະເທດຊາດ. ຫວ້ານນິງຖືກຖືວ່າ ແມ່ນໜຶ່ງໃນບັນດາອູ່ໃຫ້ກຳເນີດສິລະປະຂັບເກືອດິງ ” ຂັບເກືອດິງແມ່ນເລີ່ມມາຈາກສິລະປະຂັບກາຈູຫວຽດນາມ. ຄວາມແຕກຕ່າງກັນຢ່າງຈະແຈ້ງແມ່ນ ໃນສິລະປະຂັບເກືອດິງ ກໍມີການຟ້ອນຖະຫວາຍດອກໄມ້ທູບທຽນບູຊາບັນດາເຈົ້າຖິ່ນເຈົ້າຖານ ແລະ ສິລະປະການຟ້ອນພຽງແຕ່ດຳເນີນຢູ່ບັນດາສາລາຂອງໝູ່ບ້ານໃນວັນບຸນຍາມຕົ້ນລະດູບານໃໝ່. ນັກສິລະປີນ ຮ່ວາງທິຖາວ ອາຍຸ 80 ປີ, ສັງກັດສະໂມສອນບ້ານນາມ, ຕາແສງຫວ້ານນິງ, ນະຄອນມ້ອງກ້າຍ ເປີດເຜີຍວ່າ : “ແຕ່ປາງກ່ອນ, ມີພຽງແຕ່ແມ່ໄປຂັບຮ້ອງ, ແລ້ວກັບມາສອນຄືນໃຫ້ເຮົາຮຽນ 2-3 ຄວາມເທົ່ານັ້ນ. ຖ້າບໍ່ຂັບຮ້ອງ ກໍແລ້ວໄປ, ແຕ່ເມື່ອເລີ່ມຂັບຮ້ອງ, ຂ້າພະເຈົ້າກໍເມົາມົວທີ່ສຸດ. ຮູ້ແລ້ວ ຈຶ່ງຮຽນ, ມັນຈະຊຶມເລິກເຂົ້າໃນຈິດວິນຍານຂອງຕົນ ” ນອກຈາກ ນັກສິລະປີນ ຮ່ວາງທິຖາວແລ້ວ, ສະໂມສອນບ້ານນາມຍັງແມ່ນບ່ອນດຳເນີນຊີວິດຂອງນັກສິລະປີນລຸ່ນກ່ອນອີກ 2 ຄົນຄື : ແມ່ຕູ້ ຟຸ່ງທິກ້າຍ ແລະ ຫງວຽນທິຕື. ນີ້ແມ່ນນັກສິລະປີນລຸ່ນທີ 3 ຂອງຫວ້ານນິງ ທີ່ຍັງຮູ້ດີກ່ຽວກັບບັນດາທຳນອງເພງ ແລະ ວາດຟ້ອນ. ນັກສິລະປີນ ຫງວຽນທິຕື ອາຍຸ 84 ປີໃຫ້ຮູ້ວ່າ : “ ເມື່ອຂັບຮ້ອງ, ທຳອິດແມ່ນຕ້ອງນົບໄຫວ້ເຈົ້າຖິ່ນເຈົ້າຖານສາກ່ອນ, ແລ້ວຈຶ່ງຂັບຮ້ອງ. ຖ້າຫາກຂັບຮ້ອງບໍ່ຖືກແມ່ນມີຄວາມຜິດກັບ ເຈົ້າຖິ່ນເຈົ້າຖານ ແມ່ນບໍ່ໄດ້ຢ່າງເດັດຂາດ ” ພາຍຫຼັງບັນດາທຳນອງເພງຍ້ອງຍໍສັນລະເສີນບັນດາເຈົ້າຖິ່ນເຈົ້າຖານ, ພວກນັກຮ້ອງອາດຈະຂັບຮ້ອງຕາມລຳພັງໃຈຜ່ານທຳນອງເພງທີ່ບອກເຕືອນກ່ຽວກັບຈິດໃຈສັດຊື່, ບອກເຕືອນລູກຫຼານກ່ຽວກັບຄວາມກະຕັນຍູ, ກ່ຽວກັບນ້ຳໃຈຖານເພື່ອບ້ານໃກ້ຄຽງ. ບັນດາທຳນອງເພງ, ຂັບເກືອດິງໄດ້ສະແດງໃຫ້ເຫັນຮູບພາບທັງໝົດຂອງສັງຄົມ, ວັດທະນະທຳຂອງປະຊາຊົນແຂວງກວາງນິງເມື່ອກ່ອນນີ້. ເຖິງວ່າ ວິທີຂັບຮ້ອງຂອງປະເພດສິລະປະນີ້ ກໍຍາກຄືຂັບກາຈູກໍຕາມ, ແຕ່ສະໂມສອນບ້ານນາມຂອງຕາແສງຫວ້ານນິງ ນັບມື້ນັບດຶງດູດບັນດາສະມາຊິກໜຸ່ມເຂົ້າຮ່ວມໃນສະມາຄົມ. ແມ່ຕູ້ ເລທິໂລກ, ຫົວໜ້າສະໂມສອນສິລະປະວັນນະຄະດີພື້ນເມືອງບ້ານນາມໃຫ້ຮູ້ວ່າ : “ສຳລັບສິລະປະຂັບເກືອດິງຢູ່ຕາແສງຫວ້ານນິງພວກຂ້າພະເຈົ້າ, ນັບແຕ່ກ່ອນມາຮອດປະຈຸບັນ, ແມ່ນສືບທອດຈາກຄົນລຸ່ນນີ້ສູ່ຄົນລຸ່ນອື່ນ. ເມື່ອສະໂມສອນໄດ້ຮັບການສ້າງຕັ້ງມື້ທຳອິດ ລວມມີສະມາຊິກ 18 ຄົນເທົ່ານັ້ນ, ໄລຍະຕໍ່ມາ ກໍເພີ່ມຂຶ້ນເທື່ອລະກ້າວ. ປະຈຸບັນ ມີ 42 ຄົນແລ້ວ. ທາງສະໂມສອນເຄື່ອນໄຫວເປັນປະຈຳ ອາທິດລະ 2-3 ເທື່ອ” ປະຈຸບັນ, ແຂວງກວາງນິງພວມຜັນຂະຫຍາຍປະຕິບັດແຜນຮ່າງ “ສ້າງບັນດາລາຍການສະແດງສິລະປະຊົນເຜົ່າກາຍເປັນຜະລິດຕະພັນທ່ອງທ່ຽວ” ໃນນັ້ນມີສິລະປະຂັບເກືອດິງ. ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ມີຮູບຮ່າງ ຂັບເກືອດິງ ຢູ່ແຂວງກວາງນິງ, ສະມາຄົມສິລະປະວັນນະຄະດີພື້ນເມືອງແຂວງກວາງນິງໄດ້ມີບັນດາມາດຕະການຢ່າງຕັ້ງໜ້າເພື່ອອະນຸລັກຮັກສາ ຄືມີນະໂຍບາຍອຸດໜູນສຳລັບບັນດາຜູ້ມີຄຸນງາມຄວາມດີໃນການອະນຸລັກຮັກສາ, ຖ່າຍທອດສິລະປະຂັບເກືອດິງ, ພ້ອມກັນນັ້ນກໍດຳເນີນການພົບປະແລກປ່ຽນສະແດງຂັບເກືອດິງຢູ່ພາຍໃນແຂວງ ແລະ ກັບທ້ອງຖິ່ນອື່ນໆ.
TAG
vovworld/ສິລະປະຂັບເກືອດິງ
Related
More








