(VOVWORLD) -ໄລຍະທາງ 30 ປີ ພາຍຫລັງສ້າງຕັ້ງແຂວງຄືນໃຫມ່ (1/4/1992-1/4/2022), ດ້ວຍຈັນຍາບັນ ແລະ ເຈດຈຳນົງ, ຈິດໃຈກ້າຄິດກ້າທຳ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ນິງທ້ວນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ, ຫັນປ່ຽນຢ່າງແຮງ. ນິງທ້ວນ ໄດ້ຍາດແຍ່ງຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບເປັນຢ່າງດີ, ຫັນສິ່ງທ້າທາຍກາຍເປັນກາລະໂອກາດພັດທະນາ, ສູ້ຊົນຮອດປີ 2030 ກາຍເປັນແຂວງພັດທະນາດີສົມຄວນຂອງເຂດ ແລະ ຂອງທົ່ວປະເທດ.