(VOVWORLD) - ບຸນປີໃໝ່ປະຈຳຊາດ (ບຸນເຕັດ) - ວັນບຸນປະເພນີທີ່ສຳຄັນ ແລະ ສັກກະລະບູຊາທີ່ສຸດຂອງຊາວຫວຽດນາມ ໃກ້ຈະວຽນມາແລ້ວ, ຢູ່ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂຮງຮຽນ ສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢູ່ນະຄອນຫຼວງວຽງຈັນ ເປັນກຽດທີ່ຈັດຕັ້ງງານບຸນວັດທະນະທຳ - ເທດສະການອາຫານ, ເພື່ອຊົມເຊີຍພັກ, ຕ້ອນຮັບລະດູບານໃໝ່ປີ 2026. ນີ້ແມ່ນໜຶ່ງໃນບັນດາກິດຈະກຳວັດທະນະທຳທີ່ມີຄວາມໝາຍທີສຸດ, ບໍ່ພຽງແຕ່ນຳມາເຊິ່ງບັນຍາກາດລະດູບານໃໝ່ທີ່ຄຶກຄື້ນມ່ວນຊື່ນ, ອົບອຸ່ນຢູ່ປະເທດເພື່ອນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຈິດໃຈສາມັກຄີ, ຄວາມສະໜິດຕິດພັນ, ມຸ່ງຫາບ້ານເກີດເມືອງນອນ, ປະເທດຊາດຢ່າງເລິກເຊິ່ງ, ປະກອບສ່ວນເຂົ້າໃນການຮັກສາ ແລະ ແຜ່ກະຈາຍສີສັນວັດທະນະທຳຂອງຊາດຫວຽດນາມ ອີກດ້ວຍ.