(VOVWORLD) - ໃນບັນຊີລາຍຊື່ 28 ປະເທດງາມທີ່ສຸດໃນໂລກ ໂດຍວາລະສານທ່ອງທ່ຽວ ອາເມລິກາ Condé Nast Traveler ຄັດເລືອກ, ຫວຽດນາມ - ຢືນອັນດັບທີ 17 - ໄດ້ຮັບການຕີລາຄາວ່າເປັນດິນແດນທີ່ມີຫຼາກຫຼາຍສີສັນ ດ້ວຍການປະສົມປະສານລະຫວ່າງທຳມະຊາດ, ວັດທະນະທຳ ແລະ ມະນຸດໄດ້ຢ່າງກົມກຽວ. ວາລະສານ Condé Nast Traveler ຈຶ່ງໄດ້ເອີ້ນແຫ່ງນີ້ວ່າ “ແດນສະຫວັນສຳລັບຈິດໃຈມັກການຄົ້ນຫາລົງຕົວຈິງ”.
ໃນພາກແນະນຳກ່ຽວກັບ ຫວຽດນາມ, ວາລະສານ Condé Nast Traveler ໄດ້ເວົ້າເຖິງບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຮຽງນາມຂອງ ຫວຽດນາມ ໃນແຜນທີ່ທ່ອງທ່ຽວໂລກ ເຊັ່ນ ອ່າວຮະລອງ (ແຂວງ ກວາງນິງ), ຕວຽນກວາງ, ອ່າວ ນິງເວິນ (ແຂວງ ແຄັງຮວ່າ), ເກາະ ຝູກວັກ ( ແຂວງ ອານຢາງ).
ອ່າວຮະລອງ ພິເສດມີລະບົບນິເວດ ແລະ ຄຸນຄ່າທາງດ້ານທໍລະນີສາດ, ພູມສັນຖານ. ພາບ ເຈື່ອງຢາງ - ນັກຂ່າວ VOV |
ແຂກທ່ອງທ່ຽວຕ່າງປະເທດລົງຕົວຈິງຂີ່ເຮືອຂອງຊາວທ້ອງຖິ່ນເພື່ອຊົມວິວທິວທັດທຳມະຊາດ, ຄົ້ນຫາຖ້ຳ ຢູ່ອ່າວ ຮະລອງ. ພາບ: ເຈື່ອງຢາງ - ນັກຂ່າວ VOV |
ທາງຊອຍເຂົ້າບ້ານທີ່ມີຮູບຊົງເປັນເອກະລັກ. ພາບ: ໂງຫາຍ - VOV |
ຍ້ອນປະຕິບັດວຽກງານອະນຸລັກຮັກສາໄດ້ເປັນຢ່າງດີ, ອ່າວນິງເວິນ ມີລະບົບນິເວດດ້ວຍຊີວະສັດທະເລທີ່ຫຼາກຫຼາຍປະເພດ. ພາບ: nguoihanoi.vn |
ຄວາມໃສຂອງນ້ຳ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດຳນ້ຳທະເລພັດທະນາ. ພາບ: nguoihanoi.vn |
ເກາະ ຝູກວັກ (ແຂວງ ອານຢາງ) ໄດ້ຮັບການຕີລາຄາວ່າ ນຳມາເຊິ່ງໂລກເຂດຮ້ອນດ້ວຍປ່າດົງດິບ, ຫາດຊາຍທະເລຂາວ ແລະ ບັນດາເຂດພັກຜ່ອນຢ່ອນໃຈແຄມທະເລ ທີ່ດຶງດູດແຂກທ່ອງທ່ຽວສາກົນ. ພາບ: VOV |
ຝູກວັກ ຍາມສາຍັນ. ພາບ: VOV |
ຝູກວັກ ແມ່ນໜຶ່ງໃນບັນດາເຂດທ່ອງທ່ຽວທີ່ຂະຫຍັນຂັນເຄື່ອນທີ່ສຸດ ຢູ່ຫວຽດນາມ. ພາບ: VOV |
ວາລະສານທ່ອງທ່ຽວຂອງ ອາເມລິກາ Condé Nast Traveler ຫາກໍ່ປະກາດບັນຊີລາຍຊື່ 28 ປະເທດທີ່ງາມທີ່ສຸດໃນໂລກ, ຫວຽດນາມ ຢືນອັນດັບທີ 17. ປະເທດຢືນອັນດັບຕົ້ນ ແມ່ນ ຈີນ - ເຊິ່ງເປັນປະເທດທີ່ມີມໍລະດົກໂລກ 56 ແຫ່ງ ໂດຍອົງການ UNESCO ຮັບຮອງເອົາ. ຖັດຈາກນັ້ນແມ່ນ ອົດສະຕາລີ, ບຣາຊີນ, ອິນເດຍ, ອາເມລິກາ, ການາດາ, ເມັກຊີໂກ, ໂກລົມເບຍ, ຝລັ່ງ ແລະ ອິນໂດເນເຊຍ.




