logo

ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ

2022/4/20 | 11:36:29
(VOVWORLD) -ບັນດາພາບຖ່າຍ, ເອກະສານທີ່ນຳມາວາງສະແດງໄດ້ຢັ້ງຢືນອະທິປະໄຕເຂດທະເລໝູ່ເກາະຂອງ ຫວຽດນາມ ຕໍ່ ສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ໂດຍສ່ອງແສງໃຫ້ເຫັນມູນເຊື້ອປະຫວັດສາດ ການປະຕິວັດຂອງປະຊາຊົນ, ສີສັນວັດທະນະທຳຂອງວົງຄະນະຍາດບັນດາເຜົ່າ ຫວຽດນາມເວົ້າລວມ ແລະ ແຂວງບັກຢາງເວົ້າສະເພາະ
ບັນດາຜູ້ແທນເຂົ້າຊົມງາມວາງສະແດງ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2022) ແລະ 68 ປີແຫ່ງວັນໄຊຊະນະ ດ້ຽນບຽນຟູ (7 ພຶດສະພາ 1954 – 7 ພຶດສະພາ 2022), ວັນທີ 20 ເມສາ ຢູ່ຫໍພິພິທະພັນແຂວງບັກຢາງ ໄດ້ໄຂງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”, ບັນດາຊົນເຜົ່າ ແລະ ສາສະໜາຢູ່ ຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ບັນດາວັດຖຸທີ່ເປັນອະນຸສອນໃນແຕ່ລະໄລຍະ.

ນະທີ່ນີ້ ໄດ້ວາງສະແດງພາບຖ່າຍ 80 ແຜ່ນ, ວັດຖຸພັນ 42 ຢ່າງ ດ້ວຍຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ພາບຖ່າຍ 180 ແຜ່ນກ່ຽວກັບບັນດາຊົນເຜົ່າ ແລະ ສາສະໜາຢູ່ ຫວຽດນາມ ພ້ອມກັບ ພາບຖ່າຍ ແລະ ວັດຖຸພັນ 200 ຢ່າງທີ່ເປັນອະນຸສອນ ຂອງທະຫານ ແລະ ປະຊາຊົນແຂວງບັກຢາງ ໃນການຕໍ່ຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາເຂົ້າມາຮຸກຮາມ.

ບັນດາພາບຖ່າຍ, ເອກະສານທີ່ນຳມາວາງສະແດງໄດ້ຢັ້ງຢືນອະທິປະໄຕເຂດທະເລໝູ່ເກາະຂອງ ຫວຽດນາມ ຕໍ່ ສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ໂດຍສ່ອງແສງໃຫ້ເຫັນມູນເຊື້ອປະຫວັດສາດ ການປະຕິວັດຂອງປະຊາຊົນ, ສີສັນວັດທະນະທຳຂອງວົງຄະນະຍາດບັນດາເຜົ່າ ຫວຽດນາມເວົ້າລວມ ແລະ ແຂວງບັກຢາງເວົ້າສະເພາະ, ເປັນການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາຊົນເຜົ່າ ແລະ ສາສະໜາໃນພາລະກິດສ້າງສາ ແລະ ປົກປັກຮັກສາ ປະເທດຊາດ. ງານວາງສະແດງຈະດຳເນີນຮອດທ້າຍເດືອນພຶດສະພາ ປີ 2022 ຈຶ່ງຈະອັດລົງ.

TAG
VOV/VOVworld/ຮ່​ວາງ​ຊາ/ເຈື່ອງ​ຊາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ