(VOVWORLD) -ລ້າງເຊີນ ແມ່ນທ້ອງຖິ່ນ ໄດ້ຜ່ານຜ່າສົງຄາມມາ ສະນັ້ນ ຈຳນວນລູກລະເບີດ, ໝາກມິ່ນບໍ່ທັນແຕກ ທີ່ຕົກຄ້າງຫລັງສົງຄາມແມ່ນຍັງຫລາຍຢູ່. ຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິ່ນ ໄດ້ເຮັດໃຫ້ຫລາຍຄົນຖືກເຄາະຮ້າຍ, ກໍ່ໃຫ້ເກີດຜົນຮ້າຍຢ້ອນຫລັງຢ່າງຫນັກຫນ່ວງ, ອຸບັດຕິເຫດເຫຼົ່ານັ້ນ… ໄດ້ສົ່ງຜົນສະທ້ອນເຖິງການຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນ. ແຕ່ດ້ວຍການຫນູນຊ່ວຍຈາກລັດ, ບັນດາອົງການຈັດຕັ້ງສາກົນ, ແຂວງ ລ້າງເຊີນ ໄດ້ ແລະພວມມານະພະຍາຍາມແກ້ໄຂມົນລະພິດຈາກລູກລະເບີດ, ສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີສະຖຽນລະພາບເພື່ອພັດທະນາເສດຖະກິດສັງຄົມ.