(VOVWORLD) - ໝູມອງກາຍ ແມ່ນແນວພັນໝູທີ່ຫາຍາກ, ມີມາແຕ່ດົນນານຢູ່ແຂວງກວາງນິງ. ໝູມອງກາຍ ແມ່ນສັດລ້ຽງທີ່ມີຊື່ສຽງຍ້ອນມັນມີຄວາມແຂງແຮງ ມີພູມຕ້ານທານທີ່ດີ, ເກີດແມ່ແຜ່ລູກດີ, ຊີ້ນແຊບ ຊື່ງໝູຢູ່ເຂດອື່ນບໍ່ຄ່ອຍມີ. ນັບແຕ່ເມື່ອໂລກອະຫິວາໝູອາຟຼິກາເກີດຂຶ້ນຢູ່ບັນດາແຂວງ, ນະຄອນຢູ່ຫວຽດນາມ, ຂະແໜງກະສິກຳ, ບັນດາວິສາຫະກິດ ແລະ ຊາວກະສິກອນແຂວງກວາງນິງ ໄດ້ເປັນເຈົ້າການປະຕິບັດບັນດາມາດຕະການທີ່ຮີບດ່ວນ ເພື່ອຮັກສາແນວພັນໝູທີ່ຫາຍາກນີ້ໄວ້.