(VOVWORLD) - ປີ 2010, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຄົນພິການ ແລະ ຖືເອົາວັນທີ 18 ເມສາໃນແຕ່ລະປີແມ່ນວັນຄົນພິການຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ທົ່ວທັງສັງຄົມ ສະແດງຄວາມຕັດສິນໃຈແບ່ງປັນ, ຮ່ວມເດີນທາງ ແລະ ໜູນຊ່ວຍ ຄົນພິການໃນຊີວິດ, ພິເສດແມ່ນການຍົກສູງການບຳລຸງສ້າງ, ສອນວິຊາຊີບ, ໃຫ້ຄຳປຶກສາໃນການຄັດເລືອກແຮງງານ, ຊ່ວຍ ຄົນພິການບືນຕົວຂຶ້ນເຊື່ອມຕົວເຂົ້າກັບສັງຄົມ