(VOVWORLD) -ຕາແສງ Ea Drơng (ເມືອງ Cư M’gar, ແຂວງ ດັກລັກ) ມີ 3.100 ກວ່າຄອບຄົວ, ດ້ວຍພົນລະເມືອງ 14.400 ຄົນ, ໃນນັ້ນ ຊາວເຜົ່າສ່ວນໜ້ອຍຢູ່ທ້ອງຖິ່ນກວມ 72%. ກ່ອນນີ້, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນສ່ວນຫລາຍແມ່ນອີງໃສ່ການຜະລິດກະສິກຳ, ດັ່ງນັ້ນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ແຕ່ປີ 2017 ມາຮອດປະຈຸບັນ, ປະຊາຊົນຕາແສງ Ea Drơng ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຍ້ອນໄດ້ຮັບເບ້ຍໄມ້, ແນວພັນປູກ ຈາກຮູບແບບປະຢັດ “ລ້ຽງໝູດິນ” ຫລືເອີ້ນວ່າ ກະປຸກອອມສິນ ທີ່ໄດ້ປະຕິບັດຢູ່ເມືອງ Cu M’gar. ຮູບແບບທີ່ມີປະສິດທິຜົນນີ້ພວມໄດ້ຮັບການແຜ່ຂະຫຍາຍຢ່າງກວ້າງຂວາງຢູ່ໝູ່ບ້ານ, ຕາແສງໃນເມືອງ, ສ້າງກຳລັງຫນູນຊຸກຍູ້ການດຳເນີນທຸລະກິດ ແລະ ຊ່ວຍໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ນັບມື້ນັບດີຂຶ້ນ.