(VOVWORLD) -ສະໄໝຍັງມີຊີວິດຢູ່, ປະທານໂຮ່ຈີມິນ ຍາມໃດກໍເອົາໃຈໃສ່ເປັນພິເສດເຖິງ ບັນຫາກໍ່ສ້າງ, ປັບປຸງພັກ ເພື່ອແນໃສ່ເຮັດໃຫ້ພັກກາຍເປັນພັກກໍາອໍານາດທີ່ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ. ນີ້ກໍແມ່ນໜຶ່ງໃນບັນດາແນວຄິດຈິງໃຈທີ່ສຸດຂອງເພິ່ນທີ່ໄດ້ສະແດງອອກໃນພິໄນກໍາອັນສັກກະລະບູຊາ ເຊິ່ງເພິ່ນໄດ້ສ້າງໄວ້ໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຫວຽດນາມ. 50 ປີ ຜ່ານມາ, ຄໍາພິໄນກໍາຂອງປະທານໂຮ່ຈີມິນບໍ່ພຽງແຕ່ແມ່ນເອກະສານປະຫວັດສາດທີ່ລໍ້າຄ່າເທົ່ານັ້ນ ຫາກຍັງມີລັກສະນະກໍານົດທິດ, ຄໍາແນະນໍາທີ່ເລິກເຊິ່ງ ແລະ ເປີດແນວທາງອັນຖືກຕ້ອງໃຫ້ແກ່ພັກກອມມູນິດ ຫວຽດນາມ ໃນວຽກງານກໍ່ສ້າງ, ປັບປຸງພັກໃນໄລຍະປັດຈຸບັນ ແລະ ໃນພາຍພາກໜ້າ.