(VOVWORLD) -ວັນທີ 08 ພະຈິກ, ທ່ານ Miguel Mario Diaz Canel Bermudez ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ໃນສະພາບທີ່ສາຍພົວພັນລະຫວ່າງສອງປະເທດພວມພັດທະນາດີງາມຢ່າງບໍ່ຢຸດຢັ້ງ, ການຢ້ຽມຢາມຂອງຜູ້ນໍາແຫ່ງລັດ ກູບາ ໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນ ສາມັກຄີອ້າຍນ້ອງ, ບໍລິສຸດຜຸດຜ່ອງ, ເປັນແບບຢ່າງ, ສັດຊື່ບໍລິສຸດ, ໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກູບາ.