(VOVWORLD) -ປີ 2017, ໄດ້ອັດລົງດ້ວຍຂີດໝາຍການທູດຫຼາຍຢ່າງທີ່ໜ້າຈົດຈຳ. ໃນນັ້ນພົ້ນເດັ່ນ ແມ່ນ ຜົນສໍາເລັດຂອງປີ APEC ຫວຽດນາມ, ເຊິ່ງສຸດຍອດແມ່ນສັບປະດາຂັ້ນສູງ APEC ຫວຽດນາມ 2017. ຄຽງຂ້າງຜົນສຳເລັດດ້ານເນື້ອໃນແລ້ວ, ປີ APEC ຫວຽດນາມ ຍັງສ້າງຂີດໝາຍຢ່າງເລິກເຊິ່ງໃນຈິດໃຈເພື່ອນມິດສາກົນ ກ່ຽວກັບພາບພົດປະເທດຫວຽດນາມ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ, ສະຫງົບສຸກ, ປອດໄພ, ຮັກແພງແຂກຄົນ, ໃກ້ຊິດສະໜິດສະໜົມ ແລະ ພິເສດແມ່ນນຳ້ໃຈສາມັກຄີ, ຮ່ວມແຮງຮ່ວມໃຈໃນບັນດາຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກ.