(VOVWORLD) - ວັນທີ 27 ພຶດສະພາ, ຜູ້ເຊື່ອຖືສາສະໜາ ອິດສະລາມ ກ່ວາ 1,6 ຕື້ຄົນໃນໂລກໄດ້ເລີ່ມກ້າວເຂົ້າສູ່ເດືອນເທດສະການ Ramadan, ເຊິ່ງແມ່ນງານບຸນສຳຄັນດ້ວຍຂອບຂະໜາດໃຫຍ່ໃນປີຂອງສາສະໜາອິດສະລາມ. ສຳລັບຊາວມຸດສະລິມສ່ວນຫຼາຍນັ້ນ, ເດືອນເທດສະການ Ramadan ແມ່ນຈຸດເວລາສຳລັບການສວນມົນພາວະນາ ແລະ ດຳເນີນບັນດາການເຄື່ອນໄຫວເພື່ອການກຸສົນ. ແຕ່ເຖິງຢ່າງໃດກໍ່ຕາມ, ເດືອນເທດສະການ Ramadan ປີນີ້, ບັນຍາກາດຄວາມເປັນຫ່ວງຕໍ່ໄພກໍ່ການຮ້າຍພວມປົກຄຸມໄປທົ່ວ, ພິເສດແມ່ນຢູ່ເອີລົບ, ເຊິ່ງແມ່ນແຫ່ງແຕ່ດົນນານມາແລ້ວບໍ່ໄດ້ຮັບຖືວ່າແມ່ນເຂດດິນແດນມີຄວາມສະຫງົບອີກແລ້ວ.