(vovworld) - ວັນທີ 16/6, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ເປັນເວລາ 5 ວັນເຖິງ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ. ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນຖານະເປັນປະທານປະເທດ.