ມຽນມາຫາກໍ່ດຳເນີນການເລືອກຕັ້ງທົ່ວປະເທດທີ່ໄດ້ຮັບຖືວ່າມີລັກສະນະເສລີ ແລະ ປະຊາທິປະໄຕທີ່ສຸດໃນຮອບເວລາ 25 ປີຜ່ານມາ. ເຖິງວ່າຜົນແຫ່ງການເລືອກຕັ້ງຢ່າງເປັນທາງການໃນທົ່ວປະເທດບໍ່ທັນໄດ້ຮັບການປະກາດກໍ່ຕາມ, ແຕ່ຄວາມຈິງສະແດງໃຫ້ເຫັນວ່າ, ເຖິງວ່າພັກໃດໄດ້ຮັບໄຊຊະນະໃນການເລືອກຕັ້ງ, ມຽນມາກໍ່ຈະສືບຕໍ່ດຳເນີນການເປີດປະຕູ, ປະຕິຮູບປະຊາທິປະໄຕຄືໃນປະຈຸບັນ.