ສານຕົ້ນປີໃໝ່ຂອງການນຳພັກ, ລັດ, “ອວຍພອນພັກ, ອວຍພອນລະດູບານໃໝ່”, ບັນຍາກາດຕ້ອນຮັບລະດູບານໃໝ່ທີ່ເບີກບານມ່ວນຊື່ນ, ມີຄວາມຜາສຸກຂອງປະຊາຊົນໃນທຸກແຖບຖິ່ນຂອງປະເທດຊາດ ໄດ້ລົງພິມໃນໜ້າໜັງສືພິມສະບັບປີໃໝ່ ປີມະເສງ 2013. ເສດຖະກິດ-ສັງຄົມປະເທດຊາດໃນປີ 2012, ການຄາດຄະເນສະພາບເສດຖະກິດ-ສັງຄົມປີ 2013 ແລະ ບັນດາງານບຸນໃນລະດູບານໃໝ່ແມ່ນຫົວຂໍ້ຂອງໜັງສືພິມສະບັບປີໃໝ່ປີນີ້.