(VOVWORLD) - ປີ 2025 ພວມຢູ່ໃນຊຸມວັນສຸດທ້າຍ ແລະ ສະພາບການເສດຖະກິດ ຫວຽດນາມ ພາຍຫຼັງ 11 ເດືອນນັ້ນ ກໍຢັ້ງຢືນໃຫ້ເຫັນກຳລັງຕ້ານທານຢ່າງໜຽວແໜ້ນ, ຄວາມສາມາດຜ່ານຜ່າຄວາມຫຍຸ້ງຍາກຢ່າງແຂງແຮງ ແລະ ຄວາມຕັດສິນໃຈຮັກສາທ່ວງທ່າເຕີບໂຕໃນສະພາບການໂລກຍັງມີຄວາມຂາດສະຖຽນລະພາບຫຼາຍຢ່າງ. ບັນດາຕົວເລກສະຖິຕິ, ຈາກການຜະລິດອຸດສາຫະກຳ, ການນຳເຂົ້າ - ສົ່ງອອກ, ການບໍລິໂພກພາຍໃນປະເທດ, ການຄວບຄຸມໄພເງິນເຟີ້, ເສດຖະກິດມະຫາພາກເປັນປົກກະຕິ… ໄດ້ຢັ້ງຢືນວ່າ ຫວຽດນາມ ພວມໄປຖືກທິດໃນວິວັດທະນາການຟື້ນຟູ ແລະ ພັດທະນາ.