(VOVWORLD) - ໃນສານສະຫະພັນລັດຖະສະພາ ເອີລົບ ອ່ານຕໍ່ໜ້າລັດຖະສະພາ ເອີລົບ (EP) ໃນວັນທີ 10 ກັນຍາ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ໄດ້ເນັ້ນໜັກວ່າ ສະຫະພາບ ເອີລົບ (EU) ພວມຕ້ອງຕໍ່ສູ້ໃຫ້ອະນາຄົດຂອງຕົນ, ໃນສະພາບການສະພາບແວດລ້ອມດ້ານການເມືອງ ແລະ ເສດຖະກິດທົ່ວໂລກ ພວມນັບມື້ນັບຕັ້ງຫຼາຍສິ່ງທ້າທາຍ ຕໍ່ກຸ່ມນີ້.
ສານສະຫະພັນລັດຖະສະພາ ເອີລົບ ໃນວັນທີ 10 ກັນຍາແມ່ນເຫດການປະກາດນະໂຍບາຍສັງລວມປະຈຳປີ ຂອງ EU. ສານຂອງປີນີ້ໄດ້ດຶງດູດຄວາມສົນໃຈຍ້ອນນັບມື້ນັບມີຫຼາຍການໂຕ້ຖ້ຽງກັນ ກ່ຽວກັບວິທີການຄະນະກຳມະການເອີລົບ (EC) ຜັນຂະຫຍາຍບັນດານະໂຍບາຍການຄ້າຂອງກຸ່ມ, ພິເສດແມ່ນຂໍ້ຕົກລົງທາງການຄ້າ ກັບ ອາເມລິກາ ເມື່ອເດືອນສິງຫາ.
ຕໍ່ສູ້ໃຫ້ອະນາຄົດ
ໃນສານສຳພັນທະມິດ ປີນີ້, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ໄດ້ຍົກອອກຫຼາຍດທາງນະໂຍບາຍໃໝ່ຂອງກຸ່ມ, ໃນນັ້ນສົນໃຈແມ່ນບັນດາບັນຫາການຕ່າງປະເທດ. ຕາມຜູ້ນຳ EC ແລ້ວ, ສະຫະພາບເອີລົບ ພວມຕ້ອງຕໍ່ສູ້ໃຫ້ແກ່ອະນາຄົດທີ່ເປັນເອກະລາດ, ສັນຕິພາບ ຂອງຕົນໃນໂລກທີ່ເຕັມໄປດ້ວຍການຜັນແປ, ໃນນັ້ນມີຄວາມເປັນລະບຽບຮຽບຮ້ອຍໂລກ ອີງຕາມກຳລັງແຮງທີ່ພວມໄດ້ສ້າງຂຶ້ນ ແລະ ຫຼາຍປະເທດມະຫາອຳນາດໃນໂລກທີ່ມີທ່າທີ ມີການກະທຳເປັນປໍລະປັກຢ່າງຈະແຈ້ງ ຫຼື ບໍ່ຈະແຈ້ງ ກັບ ເອີລົບ.
ເມື່ອເຕື້ອງຖິງບັນຫາພາສີອາກອນຂອງ ອາເມລິກາແລະ ຂໍ້ຕົກລົງດ້ານການຄ້າເຊິ່ງ EU ລົງນາມກັບ ອາເມລິກາເມື່ອເດືອນກ່ອນ, ຕາມນັ້ນແລ້ວ EU ຍອມຮັບອັດຕາພາສີສົ່ງອອກ ໄປອາເມລິກາແມ່ນ 15%, ທ່ານນາງ Ursula von der Leyen ປົກປ້ອງຂໍ້ຕົກລົງຂອງ EC ເມື່ອຖືວ່າ ເຖິງວ່າ ອັດຕາພາສີບໍ່ຕ່ຳ ແຕ່ຂໍ້ຕົກລົງກັບ ອາເມລິກາ ພັດນຳມາເຊິ່ງຄວາມເປັນປົກກະຕິໃຫ້ແກ່ການພົວພັນ EU - ອາເມລິກາ ໃນຈຸດເວລາທົ່ວໂລກຂາດສະຖຽນລະພາບ. ທ່ານນາງປະທານ EC ກໍກ່າວເຕືອນສະພາບຄວາມຫວຸ້ນວາຍກ່ຽວກັບເສດຖະກິດ - ການເມືອງ ເຊິ່ງກຸ່ມນີ້ຕ້ອງປະເຊີນໜ້າຖ້າເກີດສົງຄາມການຄ້າ ຢ່າງຮອບດ້ານກັບ ອາເມລິກາ ເຊິ່ງຍອມຮັບຢ່າງງຽບໆຕໍ່ການແລກຜົນປະໂຫຍດດ້ານເສດຖະກິດເພື່ອເອົາສະຖຽນລະພາບດ້ານພູມສາດການເມືອງ, ທ່ານນາງ Ursula von der Leyen ຖືວ່າວຽກງານຕໍ່ໄປຂອງ EU ແມ່ນຕ້ອງຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບເພື່ອປົກປ້ອງຜົນປະໂຫຍດຂອງຕົນ ໃຫ້ເປັນຢ່າງດີ.
ພວກເຮົາຕ້ອງມານະພະຍາຍາມທົບສອງເທົ່າໃນການຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ. 80% ການແລກປ່ຽນການຄ້າຂອງ EU ແມ່ນກັບບັນດາປະເທດອື່ນນອກຈາກ ອາເມລິກາ, ດັ່ງນັ້ນ, ຕ້ອງຫັນບັນດາໂອກາດໃໝ່ໃຫ້ດີທີ່ສຸດ. ໃນຈຸດເວລາລະບົບການຄ້າທົ່ວໂລກພວມຂາດສະຖຽນລະພາບ, ເອີລົບຕ້ອງຮັບປະກັນບັນດາກົດໝາຍ, ທຳນຽມສາກົນ ຜ່ານບັນດາຂໍ້ຕົກລົງການຄ້າທີ່ລົງນາມກັບ ເມັກຊີໂກ, ກຸ່ມຕະຫຼາດລວມອາເມລິກາໃຕ້ - Mercosur ແລະ ພວມປະຕິບັດສຳເລັດບັນດາການເຈລະຈາກ່ຽວກັບຂໍ້ຕົກລົງປະຫວັດສາດກັບ ອິນເດຍ ໃນທ້າຍປີນີ້.
ທັດສະນະ ຫັນເປັນຫຼາຍຮູບຫຼາຍແບບນີ້ ຂອງທ່ານນາງ Ursula von der Leyen ໄດ້ຮັບສະໜັບສະໜູນຈາກການນຳເອີລົບຫຼາຍຄົນ. ກ່ອນໜ້ານັ້ນ, ທ່ານ Friedrich Merz ນາຍົກລັດຖະມົນຕີ ເຢຍລະມັນ ກໍ່ຖືວ່າ ເອີລົບ ຄວນຕີລາຄາຄືນບັນດາຜົນປະໂຫຍດຂອງຕົນ ຢ່າງເປັນເອກະລາດ ດ້ວຍສຳພັນທະມິດທີ່ສຳຄັນທີ່ສຸດຂອງກຸ່ມ ແມ່ນ ອາເມລິກາ.
ພວກເຮົາບໍ່ຄວນ ແລະ ບໍ່ສາມາດລໍຄ່ອຍໃຫ້ ອາເມລິກາ ສືບຕໍ່ແບກຫາບຄວາມໝັ້ນຄົງໃຫ້ແກ່ ເອີລົບ ແຕ່ຕ້ອງປະເຊີນໜ້າກັບຕົວຈິງທີ່ວ່າ ການພົວພັນລະຫວ່າງເອີລົບ ແລະ ອາເມລິກາ ພວມມີການປ່ຽນແປງ. ອາເມລິກາ ພວມຕີລາຄາຄືນໃໝ່ບັນດາຜົນປະໂຫຍດຂອງເຂົາເຈົ້າ, ແລະ ໄດ້ປະຕິບັດສິ່ງນັ້ນແຕ່ດົນແລ້ວ. ດັ່ງນັ້ນ, ເອີລົບກໍ່ຕ້ອງປັບປຸງຜົນປະໂຫຍດຂອງຕົນ ເຊິ່ງບໍ່ມີຄວາມຄິດທີ່ຜິດພາດໃດໆ.
ເຖິງຢ່າງໃດກໍຕາມ, ບໍ່ແມ່ນທຸກກຳລັງການເມືອງຢູ່ເອີລົບ ລ້ວນແຕ່ສະໜັບສະໜູນບັນດາຍຸດທະສາດໃໝ່ຂອງຄະນະກຳມະການເອີລົບ (EC) ແລະ ສ່ວນຕົວທ່ານນາງ Ursula von der Leyen. ພາຍຫຼັງສານສຳພັນທະມິດຂອງທ່ານນາງ Ursula von der Leyen, ກຸ່ມພັກ “ຮັກຊາດເອີລົບ” (PfE), ກຸ່ມພັກການເມືອງໃຫຍ່ອັນດັບທີ 3 ຢູ່ ລັດຖະສະພາເອີລົບ (EP) ໄດ້ຍື່ນສະເໜີຄວາມຮຽກຮ້ອງປ່ອນບັດບໍ່ໄວ້ວາງໃຈກັບ EC, ດ້ວຍເຫດຜົນ EC ເຮັດໃຫ້ ຄວາມເປັນເຈົ້າການວາງອອກ ຍຸດທະສາດຂອງ EC ອ່ອນແອລົງເມື່ອເດີນຕາມບັນດາຂໍ້ຕົກລົງທາງການຄ້າທີ່ໂຕ້ຖ້ຽງກັນ.
ແງ່ຫວັງເສດຖະກິດຍັງບໍ່ທັນຈະແຈ້ງ
ໄປຄຽງຄູ່ກັບບັນດາຄວາມວິຕົກກັງວົນກ່ຽວກັບທີ່ຕັ້ງບົດບາດໃນອະນາຄົດ, ສະພາບການເສດຖະກິດໃນປັດຈຸບັນຂອງບັນດາປະເທດ EU ກໍ່ຍັງບໍ່ທັນຈະແຈ້ງ. ວັນທີ 11 ກັນຍາ, ພາຍຫຼັງກອງປະຊຸມຂອງສະພາຜູ້ວ່າການ, ທະນາຄານສູນກາງ ເອີລົບ (ECB) ໄດ້ຕັດສິນໃຈຮັກສາລະດັບອັດຕາດອກເບ້ຍພື້ນຖານຢູ່ລະດັບ 2%. ນີ້ແມ່ນຄັ້ງທີ 2 ຢ່າງລຽນຕິດທີ່ ECB ບໍ່ປ່ຽນແປງອັດຕາດອກເບ້ຍພາຍຫຼັງຫຼຸດລົງເຄີຍໜຶ່ງໃນເດືອນມິຖຸນາຜ່ານມາ.
ແຈ້ງການໄດ້ຍົກອອກອັດຕາໄພເງິນເຟີ້ ໃນປັດຈຸບັນແມ່ນເໝາະສົມກັບເປົ້າໝາຍໄລຍະກາງ ແລະ ແງ່ຫວັງລາຄາ ເບິ່ງລວມແລ້ວບໍ່ມີຫຍັງປ່ຽນແປງຫຼາຍ, ທ່ານນາງ Christine Lagarde ປະທານ ECB ຖືວ່າເຖິງວ່າບັນດາດັດຊະນີໄພເງິນເຟີ້ ແລະ ການຄາດຄະເນການເຕີບໂຕເສດຖະກິດ ຢູ່ພາກພື້ນນຳໃຊ້ສະກຸນເງິນລວມ ເອີລົບ (Eurozone) ລວ້ນແຕ່ເປັນປົກກະຕິ ແຕ່ຍັງມີຫຼາຍປັດໄຈອາດຈະກໍ່ຜົນກະທົບຢ່າງຫຍໍ້ທໍ້ ດັ່ງນັ້ນຮຽກຮ້ອງຕ້ອງປະຕິບັດຢ່າງລະມັດລະວັງ.
ລະດັບອັດຕາພາສີສູງ, ສະກຸນເງິນ ເອີໂຣແຂງຄ່າກ່ວາ ແລະ ການເພີ່ມທະວີການແກ້ງແຍ້ງທົ່ວໂລກຄາດວ່າຈະເຮັດໃຫ້ການເຕີບໂຕຢູ່ພາກພື້ນ Eurozone ຊັກຊ້າລົງ ໃນຊຸມເດືອນທ້າຍປີນີ້. ເຖິງຢ່າງໃດກໍຕາມ, ບັນດາຜົນກະທົບຈາກປັດໄຈຄື້ນຄີກັບໃນການເຕີບໂຕນີ້ ອາດຈະຖືກຫຼຸດລົງຫຼາຍໃນປີຕໍ່ໄປ.
ຕາມວົງການນັກສັງເກດການແລ້ວ, ບັນດາຕົວເລກຫວ່າງແລ້ວນີ້ ໄດ້ປັບປຸງໃຫ້ການຄາດຄະເນຂອງ ECB ທີ່ວ່າ ການເຕີບໂຕຂອງ Eurozoneໃນປີນີ້ອາດສາມາດບັນລຸ 1,2% ສູງກ່ວາເມື່ອທຽບໃສ່ກັບລະດັບ 0,9% ທີ່ໄດ້ຍົກອອກມາໃນເມື່ອກ່ອນ. ເຖິງຢ່າງໃດກໍຕາມ, ມີຢ່າງໜ້ອຍສຸດ 4 ປັດໄຈທີ່ອາດຈະກະທົບ ໂດຍຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃຫ້ແງ່ຫວັງລວມມີ: ຜົນກະທົບຍາວນານຈາກອັດຕາພາສີຂອງ ອາເມລິກາ, ການໃຊ້ຈ່າຍພາກລັດ ສູງກ່ວາຂອງ ເຢຍລະມັນ, ພື້ນຖານເສດຖະກິດອັນດັບທີ 1 ເອີລົບ, ແງ່ຫວັງຫຼຸດຜ່ອນດອກເບ້ຍຂອງ ທະນາການກາງ ສະຫະລັດ ອາເມລິກາ (FED) ແລະ ການເມືອງຝລັ່ງຂາດທີ່ສະຖຽນລະພາບ, ພື້ນຖານເສດຖະກິດຢູ່ອັນດັບທີ 2 EU. ບັນດາປັດໄຈນີ້ລ້ວນແຕ່ສາມາດກໍ່ຜົນກະທົບຫຼາຍພໍສົມຄວນຕໍ່ການເຕີບໂຕ ແລະ ໄພເງິນເຟີ້ຂອງກຸ່ມ. ຂໍ້ສັງເກດນີ້ ໂດຍທ່ານນາງ Christine Lagarde ແບ່ງປັນເມື່ອຖືວ່າ ຈຸດສຸມຂອງ ເອີລົບໃນຈຸດເວລານີ້ ແມ່ນຕິດຕາມດກວດກາຢ່າງເຂັ້ມງວດ ແລະ ຖອດຖອນບັນດາບົດຮຽນປະສົບການຈາກກໍລະນີການຄ້າທີ່ຫາກໍ່ຜ່ານມາ ກັບ ອາເມລິກາ ແລະ ກະກຽມຮັບມືກັບບັນດາຜົນກະທົບຕໍ່ໄປ. ຕາມວົງການໄຈ້ແຍກແລ້ວ, ສິ່ງນີ້ມີຄວາມໝາຍດຽວກັນກັບເລື່ອງ ECB ຈະສືບຕໍ່ຮັກສາວິທີການສຳຜັດທີ່ລະມັດລະວັງຕໍ່ນະໂຍບາຍດອກເບ້ຍ ແລະ ດອກເບ້ຍອາດສາມາດຈະສືບຕໍ່ໄດ້ຮັກສາຢູ່ລະດັບປັດຈຸບັນໃນໄລຍະຍາວ.




