ກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໃຫ້ຮູ້ວ່າ ວັນທີ 29 ມີນາ, ກອງທັບອາກາດ ອິດສະລາແອັນໄດ້ເປີດຫຼາຍບັ້ນບຸກໂຈມຕີຂະໜາດໃຫຍ່, ທຳລາຍຫຼາຍເປົ້າໝາຍຂອງອຳນາດການປົກຄອງ ອີຣານ ຢູ່ຫຼາຍພາກພື້ນທີ່ແຕກຕ່າງກັນ, ລວມມີນະຄອນຫຼວງ ເຕເຮຣານ. ໃນບັ້ນບຸກໂຈມຕີເລັ່ງໃສ່ນະຄອນຫຼວງ ເຕເຮຣານ, ເຮືອບິນສູ້ຮົບອິດສະລາແອັນ ໄດ້ປ່ອຍລູກລະເບີດ ກວ່າ 120 ລູກລົງໃສ່ບັນດາຮາກຖານການທະຫານ, ໂຮງງານຜະລິດອາວຸດ, ຖານຍິງລູກສອນໄຟ ແລະ ລະບົບປ້ອງກັນອາກາດຂອງອຳນາດການປົກຄອງອີຣານ. ສື່ມວນຊົນອີຣານ ຢັ້ງຢືນມີຫຼາຍພາກພື້ນຢູ່ນະຄອນຫຼວງ ເຕເຮຣານ ແລະ ນະຄອນ Karaj ຂຶ້ນກັບແຂວງ Alborz ຖືກດັດໄຟພາຍຫຼັງບັນດາການບຸກໂຈມຕີຂອງອິດສະລາແອັນ. ເຖິງຢ່າງໃດກໍຕາມ, ຈຳນວນຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ບໍ່ໄດ້ເຕື້ອງເຖິງ. ກົງກັນຂ້າມ, ຝ່າຍອີຣານ ໄດ້ດຳເນີນ ການບຸກໂຈມຕີດ້ວຍລູກສອນໄຟນຳວິຖີ 10 ລູກເລັ່ງໃສ່ຝ່າຍ ອິດສະລາແອັນ. ການບຸກໂຈມຕີຂອງ ອີຣານ ເຮັດໃຫ້ມີຜູ້ບາດເຈັບ 11 ຄົນຢູ່ພາກພື້ນ ທາງທິດໃຕ້ ອິດສະລາແອັນ. ບັນດາການບຸກໂຈມຕີຂອງ ອີຣານ ເຮັດໃຫ້ 11 ຄົນຢູ່ພາກພື້ນ ແລະ ເຮັດໃຫ້ໂຮງງານເຄມີແຫ່ງໜຶ່ງຖືກໄຟໄໝ້.




