ຫວຽດນາມມີຄວາມເປັນຫ່ວງກັງວົນຕໍ່ການກະທຳທີ່ຜິດພາດຂອງຈີນຢູ່ ໝູ່ເກາະຮ່ວາງຊາ
19/02/2016 11:14
vovworld)- ຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບປະຕິກິລີຍາຂອງຫວຽດນາມຕໍ່ໜ້າຂ່າວຄາວ....

ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ (vovworld)- ຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບປະຕິກິລີຍາຂອງຫວຽດນາມຕໍ່ໜ້າຂ່າວຄາວຂອງສຳນັກຂ່າວສານຕ່າງປະເທດບາງແຫ່ງ ທີ່ກ່ຽວຂ້ອງເຖິງເລື່ອງຈີນໃຫ້ກໍ່ສ້າງຖານທີ່ໝັ້ນເຮືອບິນທະຫານ ເອລີກອບເຕີຢູ່ເກາະ ກວາງຮ່ວາ ແລະ ຈັດສົ່ງລູກສອນໄຟໜ້າດິນຍິງສູ່ອາກາດ HQ-9 ໄປຍັງເກາະຟູ້ເລີມທີ່ຂຶ້ນກັບໝູ່ເກາະຮ່ວາງຊາຂອງຫວຽດນາມເມື່ອວັນທີ 19/2/2016. ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ເນັ້ນໜັກວ່າ : “ ຫວຽດນາມມີຄວາມເປັນຫ່ວງກັງວົນທີ່ສຸດຕໍ່ບັນດາການກະທຳຂອງຈີນ, ຊຶ່ງເປັນການກະທຳລ່ວງລ້ຳອະທິປະໄຕຂອງຫວຽດນາມທີ່ມີຕໍ່ໝູ່ເກາະຮ່ວາງຊາ, ນາບຂູ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນກໍຄືຄວາມໝັ້ນຄົງ, ປອດໄພ, ເສລີພາບໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ. ຫວຽດນາມຮຽກຮ້ອງໃຫ້ຈີນຈົ່ງຢຸດຕິບັນດາການກະທຳຜິດພາດດັ່ງກ່າວໃນທັນທີ່ ”
TAG
vovworld/ໂຄສົກ/ໝູ່ເກາະ
Related








