ສະຫະປະຊາຊາດ ສົນທະນາກັບບັນດາຜູ້ສະໝັກຮັບເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ອາຍຸການໃໝ່
22/04/2026 09:58
[VOVWORLD] - ວັນທີ 21 ເມສາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເລີ່ມດຳເນີນວາລະສົນທະນາກະທົບຕອບແກ່ຍາວເປັນເວລາ 2 ວັນ ກັບບັນດາຜູ້ສະໝັກຮັບເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ສະຫະປະຊາຊາດ ອາຍຸການຕໍ່ໄປ.

260422_am_11.jpg (ພາບປະກອບ) ກ່າວຄຳເຫັນຕໍ່ວົງການນັກຂ່າວກ່ອນທີ່ເຫດການໄດ້ຈັດຂຶ້ນ, ທ່ານນາງ Annalena Baerbock, ປະທານສະມັດຊາໃຫຍ່ສະຫະປະຊາຊາດ ເນັ້ນໜັກວ່າ ເລື່ອງຄັດເລືອກເລຂາທິການໃຫຍ່ມີຄວາມໝາຍຕັດສິນຕໍ່ທິດທາງຂອງອົງການຫຼາຍຝ່າຍທົ່ວໂລກນີ້, ພ້ອມກັນນັ້ນ ກໍ່ສ່ອງແສງລະດັບເປັນຕາງໜ້າຂອງອົງການຕໍ່ກັບກວ່າ 8 ຕື້ຄົນໃນໂລກ, ໃນນັ້ນມີ ½ ແມ່ນແມ່ຍິງ ແລະ ເດັກນ້ອຍ. ທ່ານນາງກໍ່ຖືວ່າ ການຮ່ວມມືສາກົນໃນປະຈຸບັນແມ່ນຮີບດ່ວນຍິ່ງກວ່າເວລາໃດໝົດ, ໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຄື ການຜັນແປທາງການເມືອງ, ການປະທະກັນເພີ່ມຂຶ້ນ, ການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນເຕັກໂນໂລຊີຢ່າງວ່ອງໄວ, ໂລກລະບາດ ແລະ ຄວາມຂາດຄວາມສະເໝີພາບເພີ່ມຂຶ້ນ.
TAG
VOV/VOVWORLD/ປະຈຸບັນ/ຮີບດ່ວນ/ເວລາ
Related
More





