ກອງປະຊຸມສຳມະນາ “ວຽກງານແນວຄິດ, ວັດທະນະທຳໃນການສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ”
22/04/2026 11:06
[VOVWORLD] - ສະພາບການໂລກ, ພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ພວມເພີ່ມຂຶ້ນ, ບັນດາປັດໄຈ ຄວາມໝັ້ນຄົງແບບເກົ່າ ແລະ ຄວາມໝັ້ນຄົງແບບໃໝ່ໄດ້ສະຫຼັບກັນ

260422_am_16.jpg ທີ່ກອງປະຊຸມສຳມະນາ (ພາບ: QDND) ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອ ກົມໂຄສະນາອົບຮົມ ແລະ ຂະແໜງໂຄສະນາອົບຮົມກອງທັບ (11 ພຶດສະພາ 1946 – 11 ພຶດສະພາ 2026), ຕອນເຊົ້າວັນທີ 22 ເມສາ, ຢູ່ ຮ່າໂນ້ຍ, ກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ “ວຽກງານແນວຄິດ, ວັດທະນະທຳໃນການສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ”. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຳມະນາ, ເມື່ອເນັ້ນໜັກເຖິງບັນດາບັນຫາທີ່ພວມວາງອອກໃນວຽກງານແນວຄິດວັດທະນະທຳໃນກອງທັບປະຈຸບັນ, ພົນຕີ ຫງວຽນວັນດຶກ, ຫົວໜ້າກົມໂຄສະນາອົບຮົບ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ຖືວ່າ: “ສະພາບການໂລກ, ພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ພວມເພີ່ມຂຶ້ນ, ບັນດາປັດໄຈ ຄວາມໝັ້ນຄົງແບບເກົ່າ ແລະ ຄວາມໝັ້ນຄົງແບບໃໝ່ໄດ້ສະຫຼັບກັນ, ບັນດາກຳລັງທີ່ເປັນປໍລະປັດໄດ້ຍູ້ແຮງ “ການຜັນແປສັນຕິພາບ”... ດ້ວຍເລ່ລ່ຽມທີ່ນັບມື້ນັບແນບນຽນ, ໂດຍສະເພາະແມ່ນທາງອິນເຕີແນັດ. ອີກດ້ານໜຶ່ງຂອງເສດຖະກິດການຕະຫຼາດ, ການເຊື່ອມໂຍງສາກົນ ແລະ ການພັດທະນາຢ່າງແຮງຂອງເຕັກໂນໂລຊີ, ສື່ສັງຄົມອອນໄລ ໄດ້ສົ່ງຜົນສະທ້ອນຢ່າງເລິກເຊິ່ງເຖິງແນວຄິດ, ຄວາມຮັບຮູ້ຂອງພະນັກງານ, ນັກຮົບ, ທັງແມ່ນການສ້າງໂອກາດ, ທັງວາງອອກສິ່ງທ້າທາຍຕໍ່ວຽກງານໂຄສະນາອົບຮົມ ແລະ ຂະແໜງໂຄສະນາອົບຮົມກອງທັບ”. ກອງປະຊຸມສຳມະນາກໍ່ສະເໜີແນະຫຼາຍມາດຕະການກ່ຽວກັບວຽກງານແນວຄິດ, ວັດທະນະທຳໃນກອງທັບ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານແນວຄິດ, ວັດທະນະທຳໃນກອງທັບໃນໄລຍະຈະມາເຖິງ.
TAG
VOV/VOVWORLD/ຕະຫຼາດ/ເຊື່ອມໂຍງ/ສາກົນ
Related
More






