ຈີນຢາກສ້າງແຜນການຍົກລະດັບແລວເສດຖະກິດກັບ ລາວ
22/04/2026 10:56
[VOVWORLD] - ວັນທີ 21 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໃຫ້ຮູ້ວ່າ ໄດ້ຮຽກຮ້ອງ ລາວ ເພີ່ມທະວີບັນດາກົນໄກສົນທະນາລະຫວ່າງລັດຖະບານ, ຍົກສູງປະສິດທິຜົນ ແລະ ຄຸນນະພາບການເຊື່ອມຕໍ່ເສັ້ນທາງລົດໄຟລະຫວ່າງສອງປະເທດ ແລະ ພ້ອມກັນຍົກລະດັບແລວເສດຖະກິດ ຈີນ - ລາວ.

ຖະແຫຼງການຂອງ ທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ໄດ້ຍົກອອກມາໃນການພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີຜູ້ປະຈຳການ, ຜູ້ຕາງໜ້າພິເສດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ເຊິ່ງພວມຢູ່ຢ້ຽມຢາມ ຈີນ. ທ່ານຮຽກຮ້ອງໃຫ້ສອງຝ່າຍເພີ່ມທະວີບັນດາກົນໄກສົນທະນາລະຫວ່າງລັດຖະບານ, ຍົກສູງປະສິດທິຜົນ ແລະ ຄຸນນະພາບຂອງເສັ້ນທາງລົດໄຟ ຈີນ - ລາວ, ພ້ອມກັນສ້າງແຜນການຍົກລະດັບຂອງແລວເສດຖະກິດ ແລະ ຊຸກຍູ້ການພັດທະນາການເຊື່ອມຕໍ່ພາກພື້ນເພື່ອບັນລຸໄດ້ຫຼາຍໝາກຜົນທີ່ແທດຈິງກວ່າ. ກ່ອນໜ້ານັ້ນ, ຕອນບ່າຍວັນທີ 21 ເມສາ, ທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ກໍໄດ້ມີການພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລາວ. ບິກທ້ວນ - ນັກຂ່າວ VOV ປະຈຳ ຈີນ
TAG
VOV/VOVWORLD/ເສັ້ນທາງລົດໄຟ ຈີນ - ລາວ/ແລວເສດຖະກິດຈີນ - ລາວ ລະດັບສູງ
Related
More





