VOV WorldVOV World
ຢູແກຼນ ເປີດທໍ່ສົ່ງນ້ຳມັນ Druzhba ຄືນ ເພື່ອປ່ອຍບ້ວງເງິນກູ້ຢືມ 90 ຕື້ ເອີໂລ ຈາກ ອີຢູ
22/04/2026 10:00
[VOVWORLD] - ຢູແກຼນ ໄດ້ປະຕິບັດການສ້ອມແປງທໍ່ສົ່ງນ້ຳມັນ Druzhba ທີ່ຖືກເປ່ເພສຳເລັດແລ້ວ ແລະ ພ້ອມແລ້ວທີີ່ຈະນຳເຂົ້າເຄື່ອນໄຫວຄືນໃໝ່.
ຢູແກຼນ ເປີດທໍ່ສົ່ງນ້ຳມັນ Druzhba ຄືນ ເພື່ອປ່ອຍບ້ວງເງິນກູ້ຢືມ 90 ຕື້ ເອີໂລ ຈາກ ອີຢູ
260422 am 12_1.jpg (ພາບ​ປະ​ກອບ)         ວັນ​ທີ 21 ເມ​ສາ, ສື່ມວນ​ຊົນ ເອີ​ລົບ ໃຫ້​ຂ່າວ​ວ່າ ຢູ່ແກຼນ ໄດ້​ສ້ອມ​ແປງ​ທໍ່​ຂົນ​ສົ່ງ​ນ້ຳ​ມັນຂອງ​ ລັດ​ເຊຍ ໄປ ເອີ​ລົບ Druzhba ທີ່​ຖືກ​ເປ່​ເພ​ເມື່ອ​ຕົ້​ນ​ປີ 2026 ແລະ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອ​ມ​ຕໍ່​ການ​ສະ​ໜອງ​ຄືນ​ໃໝ່. ການ​ກະ​ທຳ​ດັ່ງ​ກ່າວ​ແມ່ນເພື່ອ​ແນ​ໃສ່​ແກ້​ໄຂ​ສິ່ງ​ກີດ​ຂວາງ​ເຊິ່ງ​ປະ​ເທດນີ້​ຕັ້ງ​ຄວາມ​ຫວັງ​ວ່າ​ຈະ​ແມ່ນ​ຮົ້ວ​ກີດ​ຂວາງ​ສຸດ​ທ​້າຍ​ເພື່ອ​ຮັບ​ປະ​ກັນ​ວ່າ​ຈະ​ໄດ້​ຮັບ​ບ້ວງ​ເງິນ​ໜູນ​ຊ່ວຍ​ນັບ​​ສິບຕື້​ເອີ​ໂລ.         ​ໃນ​ຖະ​ແຫຼງການ​ໃນ​ສື່​ສັງ​ຄົມ​ອອນ​ໄລ​, ທ່ານ​ Volodymyr Zelensky, ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໃຫ້​ຮູ້​ວ່າ ຢູ​ແກຼນ ໄດ້​ປະ​ຕິ​ບັດ​ການ​ສ້ອມ​ແປງທໍ່​ສົ່ງ​ນ້ຳ​ມັນ Druzhba ທີ່ຖືກ​ເປ່​ເພ​ສຳ​ເລັດ​ແລ້ວ ແລະ ພ້ອມ​ແລ້ວ​ທີີ່ຈະ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຄືນ​ໃໝ່.         ພາຍ​ຫຼັງ​ການຢັ້ງ​ຢືນ​ເລື່ອງ​ສ້ອມ​ແປງ​ສຳ​ເລັດ​ແລ້ວ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໄດ້​ແລກ​ປ່ຽນ​ກັບ ​ທ່ານນາງ Ursula von der Leyen, ປະ​ທານ​ຄະ​ນະ​ກຳ​ມະ​ການ ເອີ​ລົບ ກ່ຽວ​ກັບ​ບ້​ວງ​ເງິນ​ກູ້​ຢືມ​ທີ່​ມີ​ມູນ​ຄ່າ 90 ຕື້​ເອີ​ໂລ (97,5 ຕື້ USD) ທີ່​ຖືກ​ໂຈ​ະ​ໄວ້ແຕ່ກ່ອນນັ້ນ.
TAG
VOV/VOVWORLD/ກຳ​ມະ​ການ/ເອີ​ລົບ/ບ້​ວງ​ເງິນ/​ກູ້​ຢືມ

More